ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ກົດ​ໝາຍ

(VOVWORLD) -ໃນສະພາບການໂລກລະບາດໂຄວິດ - 19, ວຽກງານປະຕິບັດລັດຖະທຳມະນູນ, ກົດໝາຍ, ລັດຖະບັນຍັດ, ມະຕິ ແລະ ການປະກາດໃຊ້ເອກະສານກຳນົດລະອຽດ ໄດ້ບັນລຸໝາກຜົນຢ່າງຕັ້ງໜ້າ.
ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ກົດ​ໝາຍ - ảnh 1ວາລະປະຊຸມ (ພາບ:quochoi.vn) 

ຕອນເຊົ້າວັນທີ 29 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ກໍາມາທິການກົດໝາຍ ໄດ້ຈັດຕັ້ງວາລະປະຊຸມຄົບຄະນະຄັ້ງທີ 2 ແບບທາງໄປ. ກອງປະຊຸມຖືກດຳເນີນໃນລະຫວ່າງວັນທີ 29 ຫາວັນທີ 30 ກັນຍາ. ນະທີ່ນີ້, ບັນດາຜູ້ແທນໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດປີ 2021; ບົດລາຍງານຂອງລັດຖະບານກ່ຽວກັບວຽກງານແກ້ໄຂການຮ້ອງທຸກຮ້ອງຟ້ອງປີ 2021; ກວດກາບັນດາຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ພິຈາລະນາເນື້ອໃນສຳຄັນຈຳນວນໜຶ່ງ.

ເມື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດປີ 2021 ໃນວາລະປະຊຸມຕອນເຊົ້າວັນທີ 29 ກັນຍາ, ບັນດາຜູ້ແທນໄດ້ຕີລາຄາວ່າ ໃນສະພາບການໂລກລະບາດໂຄວິດ - 19, ວຽກງານປະຕິບັດລັດຖະທຳມະນູນ, ກົດໝາຍ, ລັດຖະບັນຍັດ, ມະຕິ ແລະ ການປະກາດໃຊ້ເອກະສານກຳນົດລະອຽດ ໄດ້ບັນລຸໝາກຜົນຢ່າງຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ