ຮັບປະກັນສິດສຳພັດກັບຂໍ້ມູນຂ່າວຂອງພົນລະເມືອງທຸກຄົນ

ຮັບປະກັນສິດສຳພັດກັບຂໍ້ມູນຂ່າວຂອງພົນລະເມືອງທຸກຄົນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຮ່າ​ຮຸ່ງ​ເກື່ອງ
(ພາບ: moj.gov.vn)


(vovworld) - ການຮັບປະກັນ​ສິດສຳ​ພັດ​ກັບ​ຂໍ້​ມູນຂ່າວຂອງ​ພົນລະ​ເມືອງ​ທຸກ​ຄົນ​​ແມ່ນ​ສິດ​ທີ່​ລະບຸ​ໄວ​​ໃນ​ມາດຕາ​​ 69 ຂອງ​ລັດຖະທຳ​ມະນູນ ​ແລະ ສິ່ງ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ການ​ປະຕິບັດ​ສິດ​ຂອງ​ມະນຸດ. ​ເພື່ອ​ປະຕິບັດ​ສິດ​ດັ່ງກ່າວ, ບັນດາ​ອົງການກ່ຽວຂ້ອງ​ຂອງ​ຫວຽດນາມ ​ໄດ້ພະຍາຍາມ​ຕັ້ງໜ້າ​ສ້າງ​ຮ່າງ​ກົດໝາຍ​ສຳ​ພັດ​ກັບ​ຂໍ້​ມູນຂ່າວ​ເ​ໃຫ້ສົມ​ບູນ​ແບບ ​ແລະ ພະຍາຍາມ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ອາຍຸ​ການ​ຊຸດ​ທີ 13 ນີ້. ​ເຂົ້າ​ຮ່ວມ ​ແລະ ຕອບ​ຄຳ​ຊັກ​ຖາມຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໃນ​ຕອນ​ເຊົ້າ​ວັນ​ທີ 21/11, ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຮ່າ​ຮຸ່ງ​ເກື່ອງ ຢືນຢັນ​ວ່າ ​ຮ່າງ​ກົດໝາຍ​ສຳ​ພັດ​ກັບຂໍ້​ມູນ​ຂ່າວແມ່ນ​ຮ່າງ​ກົດໝາຍ​ສຳຄັນທີ່​ສຸດ.

        “ນີ້​ແມ່ນ​ຮ່າງ​ກົດໝາຍ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ຂອງ​ພົນລະ​ເມືອງ ສະ​ນັ້ນ​ທ່ານ​ນາຍົກລັດຖະມົນຕີໄດ້​ມອບ​ໜ້າ​ທີ່​ໃຫ້​ກະຊວງ​ຍຸຕິ​ທຳ​ປັບປຸງ, ຍື່ນ​ສະ​ເໜີ​ຕໍ່​ສະພາ​​ແຫ່ງ​ຊາດ​ໃນ​ເວລາ​ທີ່​ເໝາະ​ສົມ. ​ເດືອນ 11/2011, ຮ່າງ​ກົດໝາຍ​ສຳ​ພັດກັບ​ຂໍ້​ມູນ​ຂ່າວໄດ້​ນຳ​ເຂົ້າ​ລາຍການ​​ເຮ​ັດວຽກ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ກະຊວງ​ຍຸຕິ​ທຳພວມ​ລໍ້​ຖາ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ ​ໃນ​ກອງ​ປະຊຸມ​ສະ​ໄໝ​ນີ້, ຫຼັງ​ຈາກ​ນັ້ນ, ກະຊວງ​ຈະລາ​ຍງານ​ຕໍ່​ລັດຖະບານ, ​ເພື່ອຈະ​ຍື່ນ​ສະ​ເໜີຮ່າງ​ກົດໝາຍ​ສຳ​ພັດ​ກັບ​ຂໍ້​ມູນຂ່າວໃນ​ອາຍຸ​ການ​ຄັ້ງ​ນີ້ ​.”

        ​ກ່ຽວຂ້ອງ​ເຖິງ​ການ​ເພີ່ມ​ທະວີ​ການ​ສະໜອງ​ຂໍ້​ມູນ​ຂ່າວໃຫ້​ປະຊາຊົນ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ມູນ​ຂ່າວ​ທີ່ມີ​ຄຸນ​ນະພາ​ບ, ​ເປັນ​ທາງ​ການ, ກຳ​ກົດ​ທິດ​ທາງທີ່​ດີ​ໃຫ້​ແກ່ຫາ​ງສຽງ, ​ໃນ​ການ​ຕອບ​ຄຳ​ຊັກ​ຖາມຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ທ່ານ​ລັດຖະ​ມົນຕີກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື​ສານ​ ຫງວຽນ​ບັ໋ກຊອນ ​ໃຫ້​ຮູ້​ວ່າ ທາງ​ກະຊວງ​ໄດ້​ສ້າງ​ແຜນກຳນົດ​ສື​ສານເພື່ອ​ຍື່ນ​ສະ​ເໜີ​ຕໍ່ນາຍົກລັດຖະມ​ົນຕີ.

        ​ແລະ​ກໍ່​ໃນ​ວັນ​ດຽກັນ, ​ໃນ​ການ​ຕອບ​ຕຳ​ຊັກ​ຖາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ທ່ານ ເຈືອງ​ຮ່ວາ​ບິ່ງ ປະທານ​ສານ, ສານ​ປະຊາຊົນ​ສູງ​ສຸດ ​ຕອບ​ຕຳ​ຊັກ​ຖາມ​ກ່ຽວ​ກັບສະພາບ​ຕັດສິນ​ລົງ​ໂທດ​ບໍ່​ຖືກຕ້ອງ​ຂອງ​ສານ ​ແລະ ການພິພາກສາ​ກໍ​ລະ​ນີການ​ສໍ້​ລາດ​ບັງ​ຫຼວງ... ກ່ຽວ​ກັບ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ຜູ້ພິພາກສາ ​ເພື່ອ​ຕອບ​ສະໜອງ​​ວິວັດ​ການ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ແກ້​ໄຂ​ບັນດາ​ຄະ​ດີ​​ກ່ຽວຂ້ອງ​ເຖິງ​ຊາວ​ຕ່າງປະ​ເທດ, ທ່ານປະທານ​ສານ ເຈືອງ​ຮ່ວາ​ບິ່ງ ​ໃຫ້​ຮູ້​ວ່າ.

        “ສານ​ໄດ້​ສ້າງ​ບັນດາ​ເອກະສານ​ແນະນຳ​ການ​ນຳ​ໃຊ້​ກົດໝາຍ​ໃນ​ການ​ປະຕິບັດ​ບັນດາ​ສັນຍາ​ໜູນ​ຊ່ວຍ​ດ້ານ​ຕຸລາການ, ​ໃນ​ນັ້ນ​ມີ​ການ​ເຊັນ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ສາກົນ​ກ່ຽວ​ກັບ​ຕຸ​ລາ​ການ ​ໃນ​ວຽກ​ງານ​ບຳລຸງ​ສ້າງ​, ແລກປ່ຽນ​ບົດຮຽນ​ກັບ​ປະ​ເທດຕ່າງໆ. ສານ​​ໄດ້​ສ້າງ​ແຜນ​ຮ່າງ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຂະ​ແໜງ, ສ້າງ​ແຜນການ​ແລກ​ປ່ຽນ, ບຳລຸງ​ສ້າງ​ຜູ້​ພິພາກສາ​ກັບ​ບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ຕຸລາການ​ກ້າວໜ້າ ​ເພື່ອ​ໃຫ້​ມີ​ຜູ້​ຊ່ຽວຊານ​ເກັ່ງ​​ໃນ​ຂົງ​ເຂດ​ຕຸລາການສາກົນ.”

ຂ່າວ/ບົດ​ອື່ນ