ຮັບປະກັນເງື່ອນໄຂການປະຕິບັດໜ້າທີ່ທີ່ສະດວກໃຫ້ແກ່ນັກຂ່າວທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

(VOVWORLD) -ໄລ່ຮອດຈຸດເວລານີ້, ເລື່ອງກະກຽມພື້ນຖານວັດຖຸໃຫ້ແກ່ສູນສື່ມວນຊົນ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ສຳເລັດໂດຍພື້ນຖານແລ້ວ.
ຮັບປະກັນເງື່ອນໄຂການປະຕິບັດໜ້າທີ່ທີ່ສະດວກໃຫ້ແກ່ນັກຂ່າວທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ảnh 1ທ່ານຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເລແມ້ງຮຸ່ງ ກ່າວຄຳເຫັນຢູ່ທີ່ນີ້
(ພາບ: TTXVN)

ຕອນບ່າຍວັນທີ 18 ມັງກອນ, ທ່ານຮອງຫົວໜ້າຫ້ອງວ່າການສູນກາງພັກ ຫງວຽນດັ໊ກວິງ, ພ້ອມກັບທ່ານຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເລແມ້ງຮຸ່ງ, ຫົວໜ້າສູນສື່ມວນຊົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ກວດກາຄວາມພ້ອມທາງດ້ານພື້ນຖານວັດຖຸຂອງສູນ ເພື່ອກະກຽມການເປີດນຳໃຊ້ໃນວັນທີ 22 ມັງກອນ. ທ່ານ ເລແມ້ງຮຸ່ງ, ໃຫ້ຮູ້ວ່າ ໄລ່ຮອດຈຸດເວລານີ້, ເລື່ອງກະກຽມພື້ນຖານວັດຖຸໃຫ້ແກ່ສູນສື່ມວນຊົນ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ສຳເລັດໂດຍພື້ນຖານແລ້ວ. ບັນດາເຄື່ອງອຸປະກອນຮັບໃຊ້ໃຫ້ວຽກງານໂຄສະນາຈະໄດ້ຕິດຕັ້ງໃຫ້ສຳເລັດ, ຮັບປະກັນຄຸນນະພາບໃນການສົ່ງສັນຍານຜ່ານບັນດາພາຫະນະທັນສະໄໝ ເພື່ອເຊື່ອມຕໍ່ກັບບັນດາຖານຂໍ້ມູນຂ່າວສານ, ສ້າງເງື່ອນໄຂໃຫ້ແກ່ບັນດານັກຂ່າວທີ່ປະຕິບັດໜ້າທີ່.

ຕອບກັບ

ຂ່າວ/ບົດ​ອື່ນ