ຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ ໃນປີ 2023

(VOVWORLD) - ທາງສະຫະພັນກໍ່ໄດ້ເຊີດຊູອົງການບໍ່ຂຶ້ນກັບລັດຖະບານ ຕ່າງປະເທດປະຈຳ ຫວຽດນາມ ຈຳນວນໜຶ່ງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ ຫວຽດນາມ ໃນປີ 2023.
ຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ ໃນປີ 2023 - ảnh 1ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ກ່າວຄຳເຫັນທີ່ພິທີ
(ພາບ: qdnd.vn)

        ຕອນບ່າຍວັນທີ 26 ທັນວາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ຈັດເຫດການແບ່ງປັນຂໍ້ມູນຂ່າວສານ ແລະ ຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ (NGO) ຕ່າງປະເທດ ສະຫງວນໃຫ້ແກ່ ຫວຽດນາມ ໃນປີ 2023. ເຂົ້າຮ່ວມເຫດການມີບັນດາອົງການບໍ່ຂຶ້ນກັບ ລັດຖະບານຕ່າງປະເທດ, ອົງການຮ່ວມມືພັດທະນາ ແລະ ວິສາຫະກິດຕ່າງປະເທດຈຳນວນໜຶ່ງ.

        ທີ່ພິທີ, ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ໄດ້ສະໜອງຂໍ້ມູນຂ່າວສານລວມກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ສະພາບການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ, ສະພາບການເຄື່ອນໄຫວຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ ໃນປະຈຸບັນ ແລະ ບັນດາການກຳນົດທິດບຸລິມະສິດຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ທາງສະຫະພັນກໍ່ໄດ້ເຊີດຊູອົງການບໍຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ ຈຳນວນໜຶ່ງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ ຫວຽດນາມ ໃນປີ 2023. ໂດຍຕາງໜ້າບັນດາອົງການບໍ່ຂຶ້ນກັບ ລັດຖະບານຕ່າງປະເທດ, ທ່ານ ວັນງອັກທິ້ງ (ອົງການ WWF), ທ່ານນາງ Migena Shulla (ຫົວໜ້າຜູ້ຕາງໜ້າອົງການ Plan International), ທ່ານນາງ Sarah Goring (ອົງການ MAG) ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງພ້ອມກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເພື່ອຜັນຂະຫຍາຍບັນດາໂຄງການຢູ່ ຫວຽດນາມ ໃຫ້ບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ