(vovworld) - ຕອນເຊົ້າວັນທີ 9/11, ຫໍພິພິດທະພັນກຳລັງລົດຕັງລົດຫຸ້ມເກາະຢູ່ຮ່າໂນ້ຍ ໄດ້ຈັດພິທີປະກາດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີທີ່ຮັບຮອງລົດ ຕັງ 390 ແມ່ນວັດຖຸປະເສີດຂອງຊາດ. ໃນການລຸກຮຶ້ຂຶ້ນຂະໜາດໃຫຍ່ເມື່ອລະດູບານໃໝ່ປີ 1975, ລົດຕັງທີ່ມີໝາຍເລກ 390 ສັງກັດກອງພົນນ້ອຍລົດຕັງ 203 ໄດ້ຕຳ່ປະຕູໂຂງຂອງທຳນຽບເອກະລາດໃຫ້ພັງທະລາຍໃນເວລາ 10 ໂມງ 45 ນາທີ ຂອງວັນທີ 30/4/1975, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ກ່ອນໜ້ານັ້ນ, ລົດຕັງນີ້ໄດ້ເຂົ້າຮ່ວມການສູ້ຮົບອັນດຸເດືອດ ແລະ ສ້າງວິລະກຳມາໄດ້ຫຼາຍຄັ້ງ.
ກ່າວຄວາມເຫັນທີ່ພິທີປະກາດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນ ຕີ, ພົນຕີ Nguyen Trong Nghia, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັງປະຊາຊົນຫວຽດນາມ ຢືນຢັນວ່າ:
”ດ້ວຍຄວາມໝາຍພິເສດໃນຈຸດເວລາປະຫວັດສາດຂອງຊາດ, ລົດຕັງ 390 ໄດ້ຖືກນຳມາວາງສະແດງຢູ່ຫໍພິພິດທະພັນກຳລັງລົດຕັງລົດຫຸ້ມເກາະ ເພື່ອເປັນວັດຖຸພັນທີ່ເປັນມູນເຊື້ອ. ນີ້ແມ່ນວັດຖຸພັນທີ່ປະເສີດ, ມີຄວາມໝາຍໂຄສະນາ, ສຶກສາກ່ຽວກັບມູນເຊື້ອປະຕິວັດທີ່ມີຕໍ່ປະຊາຊົນທຸກຊັ້ນວັນນະຢ່າງ ເລິກເຊິ່ງ, ພິເສດແມ່ນລຸ້ນໜຸ່ມ, ແມ່ນພະຍານຫຼັກຖານໃຫ້ແກ່ໄຊຊະນະແຫ່ງສົງຄາມອັນເປັນທຳຂອງປະເທດ ຫວຽດນາມ”.