ຮູບແບບເຮືອນຊູຊີບເທິງໜ້ານໍ້າ - ມາດຕະການຮັບມືກັບໄພທໍາມະຊາດທີ່ມີປະສິດທິຜົນຢູ່ເຂດເກີດໄພນໍ້າຖ້ວມ

(VOVWORLD) -ໂຄງການເຮືອນຕ້ານໄພນໍ້າຖ້ວມ ໄດ້ຮັບການຜັນຂະຫຍາຍຢູ່ຕາແສງເຕິນຮວ໊າ, ເມືອງມິງຮວ໊າ ແຂວງກວ໋າງບິ່ງ ແລະ ໄລ່ມາຮອດປັດຈຸບັນ, ແຂວງດັ່ງກ່າວໄດ້ມີເຮືອນກູ້ຊີບເທິງໜ້ານໍ້າເກືອບ 680 ຫຼັງ.
ຮູບແບບເຮືອນຊູຊີບເທິງໜ້ານໍ້າ - ມາດຕະການຮັບມືກັບໄພທໍາມະຊາດທີ່ມີປະສິດທິຜົນຢູ່ເຂດເກີດໄພນໍ້າຖ້ວມ - ảnh 1 (ພາບປະກອບ\)

ວັນທີ 10 ກັນຍາ, ໂຄງການເຮືອນຕ້ານໄພນໍ້າຖ້ວມ ໄດ້ອອກຖະແຫຼງການຂ່າວ ໂດຍໃຫ້ຮູ້ວ່າ ຮູບແບບເຮືອນຊູຊີບເທິງໜ້ານໍ້າ ຕ້ານໄພນໍ້າຖ້ວມນັບມື້ນັບມີປະສິດທິຜົນ ໃນໄພນໍ້າຖ້ວມຄັ້ງຕ່າງໆທີ່ເກີດຂຶ້ນໃນໄລຍະຜ່ານມາຢູ່ບັນດາແຂວງທາງພາກກາງຫວຽດນາມ. ນັບແຕ່ຕົ້ນປີ 2014, ໂຄງການເຮືອນຕ້ານໄພນໍ້າຖ້ວມ ໄດ້ຮັບການຜັນຂະຫຍາຍຢູ່ຕາແສງເຕິນຮວ໊າ, ເມືອງມິງຮວ໊າ ແຂວງກວ໋າງບິ່ງ ແລະ ໄລ່ມາຮອດປັດຈຸບັນ, ແຂວງດັ່ງກ່າວໄດ້ມີເຮືອນກູ້ຊີບເທິງໜ້ານໍ້າເກືອບ 680 ຫຼັງ. ບໍ່ພຽງແຕ່ເຮັດເຮືອນຊູຊີບເທິງໜ້ານໍ້າຢູ່ຕາແສງ ເຕີນຮວ໊າ ເທົ່ານັ້ນ, ພາຍຫຼັງການເຄື່ອນໄຫວມາເປັນເວລາ 6 ປີຢູ່ທ້ອງຖິ່ນຫຼາຍແຫ່ງ, ເຮືອນຕ້ານໄພນໍ້າຖ້ວມ ໄດ້ອອກແບບ 11 ຮູບແບບເຮືອນປອດໄພເໝາະສົມກັບຫຼາຍສະພາບການຂອງໄພທໍາມະຊາດຢູ່ 11 ເຂດ. ໂຄງການດັ່ງກ່າວ ພວມດໍາເນີນການຮຽບຮຽບ “ປຶ້ມຄູ່ມື ເຮືອນປອດໄພ” ອີກດ້ວຍ. ປຶ້ມຄູ່ມືດັ່ງກ່າວ ເຮືອນແບບຕ່າງໆ ທີ່ສາມາດຮັບມືກັບຮູບແບບໄພທໍາມະຊາດຂອງແຕ່ລະເຂດ, ພາກຢູ່ຫວຽດນາມ, ເຊິ່ງຈະໄດ້ພິມຈໍາໜ່າຍໃນທ້າຍປີ 2019.

        ເຮືອນຕ້ານໄພນໍ້າຖ້ວມ ແມ່ນໂຄງການຂຶ້ນກັບກອງທຶນສົ໊ງ, ເຊ່ິງແມ່ນກອງທຶນສັງຄົມທີ່ເຄື່ອນໄຫວໂດຍບໍ່ທ້ວງກໍາໄລ. ນີ້ແມ່ນໂຄງການພັດທະນາຊຸມຊົນ ໂດຍຖືກສ້າງຕັ້ງແຕ່ປີ 2013. ຕາມແຜນການແລ້ວ ຮອດປີ 2020, ໂຄງການດັ່ງກ່າວຈະສ້າງຮູບແບບເຮືອນປອດໄພ ແລະ ພັດທະນາຊີວິດການເປັນຢູ່ແບບຍືນຍົງໃຫ້ແກ່ບັນດາເຂດຖືກປະສົບກັບໄພທໍາມະຊາດ, ໄພນໍ້າຖ້ວມທັງໝົດໃນທົ່ວປະເທດ.

ງອກແອັງ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ


 

ຕອບກັບ

ຂ່າວ/ບົດ​ອື່ນ