ຮ່ວມແຮງຮ່ວມໃຈ ເພື່ອສຸຂະພາບຂອງ ແມ່ຍິງຫວຽດນາມ
(ພາບ: baodientu.chinhphu.vn)
(vovworld) – ກ່າວຄຳເຫັນທີ່ງານພົບປະແລກປ່ຽນສະແດງສິລະປະ “ຮ່ວມແຮງຮ່ວມໃຈເພື່ອສຸຂະພາບຂອງແມ່ຍິງຫວຽດນາມ“ ໃນໂອກາດສະເຫຼີມສະຫຼອງ 84 ປີແຫ່ງວັນແມ່ຍິງຫວຽດນາມ ຄືວັນທີ 20/10 ຊື່ງຈັດຂຶ້ນໃນຕອນຄ່ຳວັນທີ 20/10, ທ່ານນາງຫງວນທິກີມຕຽນ ລັດຖະມົນຕີວ່າການກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ລາຍການເພື່ອແນໃສ່ຮຽກຮ້ອງ, ເຊີດຊູບັນດາວິສາຫະກິດ, ຜູ້ມີໃຈບູນໃຈກຸສົນ, ບັນດາອົງການຈັດຕັ້ງສັງຄົມຮ່ວມແຮງຮ່ວມໃຈຊ່ວຍແມ່ຍິງທຸກຍາກຊື້ບັດປະກັນສຸຂະ ພາບ ແລະ ປິ່ນປົວບັນດາພະຍາດອັນຕະລາຍ. ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກຫວຽດນາມ ຫງວນທິກີມຕຽນ ເນັ້ນໜັກວ່າ:
“ກະຊວງສາທາລະນະສຸກຍົກອອກຂໍ້ລິເລີ່ມ“ຮ່ວມແຮງຮ່ວມໃຈຊື້ບັດປະກັນສຸຂະ ພາບໃຫ້ແກ່ຜູ້ທຸກຍາກ, ກ່ອນອື່ນໝົດແມ່ນໃຫ້ບຸລິມະສິດແກ່ແມ່ຍິງ“ ແລະ ສວມບົດບາດແມ່ນຫົວໜ່ວຍເປັນກາງເຊື່ອມຕໍ່ບັນດາຜູ້ມີໃຈບູນໃຈກຸສົນກັບການເຄື່ອນໄຫວກຸສົນ; ພ້ອມທັງຮຽກຮ້ອງການປະກອບສ່ວນເຂົ້າໃນກອງທຶນເພື່ອອະນາຄົດອັນສົດໃສເພື່ອຊ່ວຍເຫຼືອບັນດາຜູ້ທຸກຍາກເປັນໂລກມະເລັງ. ພວກຂ້າພະເຈົ້າເຊື່ອໝັ້ນ ວ່າ, ບັນດາອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການຈັດຕັ້ງ ສັງຄົມຈະຕອບສະໜອງດ້ວຍຄວາມສຸດຈິດສຸດໃຈ, ລະດົມການສະໜັບສະໜູນໄດ້ຫຼາຍກ່ວາອີກໃຫ້ແກ່ເສັ້ນທາງມຸ່ງໄປເຖິງການປະກັນສຸຂະພາບທົ່ວປວງຊົນເພື່ອສຸຂະພາບຂອງຊາວຫວຽດນາມ“./.