ຮ່ວມແຮງຮ່ວມໃຈຊ່ວຍເຫຼືອຊາວກະສິກອນຜູ້ທຸກຍາກຕ້ອນຮັບບຸນປີໃໝ່

ຮ່ວມແຮງຮ່ວມໃຈຊ່ວຍເຫຼືອຊາວກະສິກອນຜູ້ທຸກຍາກຕ້ອນຮັບບຸນປີໃໝ່ - ảnh 1
(ພາບ​ປະ​ກອບ)

(vovworld) –​ ​​​ວັນ​ທີ 15/01 ຈ​ະ​ມາ​ເຖິງ, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ນະ​ຄອນ​ໂຮ່​ຈ​ິ​ມິນ ແລະ ​ໂທ​ລະ​ພ​າບ​ນະ​ຄອນ ໄດ້​ຈັດ​ລາຍ​ການ “ບຸນ​ປີ​ໃໝ່​​ເຮັດ​ສິ່ງ​ທີ​ມີ​ປະ​ໂຫຍດ - ບຸນ​ເຕັດ​ປີ​ວອກ 2016” ເພື່ອ​ແນ​ໃສ່​ໜູນ​ຊ່ວ​ຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ, ສ້າງ​ກຳ​ລັງ​ໜູນ​ໃຫ້​ຊາວ​ກ​ະ​ສິ​ກອນ​​ຜູ້​ທຸກ​ຍາກບືນ​ຕົວ​ຂື້ນ​​ໃນ​ຊີ​ວີດ, ເສີມ​ຂະ​ຫຍາຍ​​ນ້ຳ​ໃຈ​ອູ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ ແລະ ​ກັນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ, ຫົວ​ໜ່ວຍ ແລະ ສ່ວນ​ບຸກ​ຄົນ​​ເພື່ອ​ສະ​ໜັບ​ສະ​ໜູນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຂອງ​ນະ​ຄ​ອນ. ປີ 2016, ຄາດ​ຄະ​ເນ​ວ່າ, ໂຄງ​ການ​ໄດ້​ໜູນ​ຊ່ວຍກໍ່​ສ້າງ​ເຮືອນ​ແຫ່ງ​ສາຍ​ຈ​ິດ​ມິດ​ໃຈ 50 ຫຼັງ, ມອບ​ຂອງ​ຂວັນ​ບຸນ​ເຕັດ 1.500 ພູດ ແລະ ອ່າງ​ເກັບ​ນ້ຳ​ສະ​ອ​າດ​ໃຫ້​ສະ​ມາ​ຊິກ​ຊາວ​ກະ​ສິ​ກອນ​ທີ່​ທຸກ​ຍາກ​ຫຼາຍ​ຄົນ, ມອບ​ 1.500 ທຶນ​ສຶກ​ສາ​ໃຫ້​ລູກ​ສະ​ມາ​ຊິກ​​ທີ່ທຸກ​ຍາກ… ຈຸດ​ໃໝ່​ຂອງ​ລາຍ​ການ​ປີນີ້​ແມ່ນ​ເປີດກວ້າງ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ບໍ່​ຈຳ​ກັດ​ໃນ​ຈ​ຳ​ນ​ວນສະ​ມາ​ຊິກ​ຊາວ​ກະ​ສິ​ກອນເທົ່າ​ນັ້ນ ຫາກ​​ຍັງເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ທັງ​ປະ​ຊາ​ຊົນ​ຊົນ​ນະ​ບົດ​​ທີ່​ປະ​ສົບ​ກັບທຸກ​ຍາ​ກ​ໃນ​ບໍ​ລິ​ເວນນະ​ຄອນອີກ​ດ້ວຍ.

ຂ່າວ/ບົດ​ອື່ນ