(vovworld) - ວັນທີ 26/9, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ໄດ້ມີການພົບປະກັບປະຊາຄົມວິສາຫະກິດເອີລົບ ຢູ່ຫວຽດນາມ. ພ້ອມທັງຢືນຢັນວ່າ ປະຈຸບັນ EU ພວມແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນອັນດັບໜຶ່ງຂອງຫວຽດນາມ ໃນທຸກຂົງເຂດ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ຍາມໃດຫວຽດນາມ ກໍຖືການຍູ້ແຮງການຮ່ວມມືກັບສະຫະພາບເອີລົບ ກໍຄືບັນດາປະເທດສະມາຊິກຂອງ EU ເປັນສຳຄັນ. ລັດຖະບານຫວຽດນາມ ໄດ້ສ້າງແຜນຮ່າງສັງລວມກ່ຽວກັບການພົວພັນຫວຽດນາມ - EU ເພື່ອແນໃສ່ສ້າງການພົວພັນສອງຝ່າຍໃຫ້ເປັນ “ການພົວພັນຮ່ວມມືສະເໝີພາບ, ຮ່ວມມືຮອບດ້ານ, ຍາວນານ, ເພື່ອສັນຕິພາບ ແລະ ການພັດທະນາ”. ຫວຽດນາມ ແລະ EU ໄດ້ລົງນາມໃນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອດດ້ານ (PCA) ໃນວັນທີ 27/6/2012 ອັນໄດ້ສ້າງຂອບເຂດ ແລະເງື່ອນໄຂຮ່ວມມືໃໝ່, ຍາວນານ ແລະ ຮອບດ້ານໃຫ້ແກ່ການພົວພັນຫວຽດນາມ ກັບ EU ກໍຄືບັນດາປະເທດສະມາຊິກຂອງ EU. ພິເສດ, ສຳລັບບັນດາວິສາຫະກິດ, ນັກລົງທຶນ EU ຢູ່ຫວຽດນາມ, ເລື່ອງສອງຝ່າຍອອກຖະແຫຼງການເລີ່ມຕົ້ນການເຄື່ອນໄຫວເຈລະຈາສັນຍາການຄ້າເສລີ (FTA) ຢ່າງເປັນທາງການ, ໄດ້ນຳມາເຊິ່ງໂອກາດຫຼາຍຢ່າງ, ຜົນປະໂຫຍດດ້ານເສດຖະກິດຄື ມີຄວາມສະດວກກວ່າໃນດ້ານການຄ້າ, ການສົ່ງອອກນຳເຂົ້າ, ຊຸກຍູ້ການລົງທຶນໂດຍກົງຈາກ EU ເຂົ້າຫວຽດນາມ ແລະ ຫວຽດນາມ ມີກາລະໂອກາດກາຍເປັນຍານກາງຂອດສົ່ງຕໍ່, ເຊື່ອມຕໍ່ໃຫ້ແກ່ບັນດາການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນຂອງບັນດາວິສາຫະກິດ EU ຢູ່ເຂດອາຊີຕາເວັນອອກສຽງໃຕ້ (ASEAN)…