(vovworld) - ວັນທີ 16/9, ຢູ່ກຸ່ມອຸດສາຫະກຳ ກ້ຽນເຄ 1, ເທດສະບານ ກ້ຽນເຄ, ເມືອງ ແທງລຽມ, ແຂວງ ຮ່ານາມ, ຄະນະກຳມະການປະຊາຊົນແຂວງຮ່ານາມ ໄດ້ສົມທົບກັບກຸ່ມບໍລິສັດ Tan Hiep Phat ຈັດຕັ້ງພິທີລົງມືກໍ່ສ້າງກິດຈະກຳໂຮງງານຜະລິດນ້ຳດື່ມ Number One ຮ່ານາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງການນຳແຂວງຮ່ານາມ ກໍຄືປະຊາຊົນໃນບໍລິເວນໂຄງການໄດ້ສ້າງເງື່ອນໄຂຄວາມສະດວກເພື່ອໃຫ້ໂຄງການໄດ້ຮັບການປະຕິບັດສຳເລັດໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ຢືນຢັນວ່າ: ໃນ 5 ປີຜ່ານມາ, ດ້ວຍຄວາມມານະພະຍາຍາມ ແລະ ເສີມຂະຫຍາຍທ່າແຮງກ່ຽວກັບທີ່ຕັ້ງຂອງທ້ອງຖິ່ນ, ແຂວງຮ່ານາມ ໄດ້ດຶງດູດບັນດານັກລົງທຶນໃຫຍ່, ເຊິ່ງສະແດງໃຫ້ເຫັນວ່າ ທີ່ນີ້ແມ່ນສະຖານທີທີ່ມີຄວາມໄວ້ເນື້ອເຊື່ອໃຈສຳລັບບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແຂວງຮ່ານາມ ຄວນເອົາໃຈໃສ່, ຊ່ວຍເຫຼືອວິສາຫະກິດໃນການກໍ່ສ້າງໂຮງງານ, ຜູ້ຮັບເໝົາປະມູນຄວນສຸມແຫຼ່ງກຳລັງກໍ່ສ້າງເພີ່ອຮັບປະກັນຄຸນນະພາບກິດຈະກຳ ການກຳນົດເວລາ. ທ່ານຮອງນາຍົກລັດຖະມົນຕີກໍສະເໜີວ່າ ວິສາຫະກິດເມື່ອເລີ່ມຕົ້ນການເຄື່ອນໄຫວຈະປະຕິບັດການປົກປັກຮັກສາສິ່ງແວດລ້ອມເປັນຢ່າງດີ, ຜະລິດຕະພັນທີ່ຜະລິດອອກຕ້ອງຮັບປະກັນຄຸນນະພາບ, ຮັບປະກັນອະນາໄມດ້ານສະບຽງອາຫານ.
ເນື່ອງໃນໂອກາດນີ້, ບໍລິສັດ Tan Hiep Phat ໄດ້ມອບງົວພັນທີ່ມີມູນຄ່າ 300 ລ້ານດົງໃຫ້ແກ່ຜູ້ທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກແຂວງຮ່ານາມ.