ຮອງນາຍົກລັດຖະມົນຕີ Nguyen Xuan Phuc ເຮັດວຽກຢູ່ ໄຕບັກ
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ກ່າວຄຳເຫັນທີ່ກອງປະຊຸມ
(vovworld) - ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຄວນສົມທົບກັນໜູນຊ່ວຍປະຊາຊົນບັນດາເຜົ່າສ່ວນໜ້ອຍຍົກຍ້າຍ ແລະ ສ້າງການປູກຝັງ ແລະ ຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢ່າງມີປະສິດທິຜົນ ນັ້ນແມ່ນການຊີ້ນຳຂອງຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢູ່ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດ “ນະໂຍບາຍໜູນຊ່ວຍຍົກຍາຍປະຊາຊົນ ປະຕິບັດການສ້າງຕັ້ງຖິ່ນຖານຄົງທີ່ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ” ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ໂດຍຄະນະກຳມະການຊົນເຜົ່າລັດຖະບານຈັດຕັ້ງຢູ່ເທດສະບານເມືອງ ຊາບາ, ແຂວງ ລາວກາຍ ເມືອວັນທີ 29/6. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຊີ້ແຈງວ່າ: ລັດຖະບານຮຽກຮ້ອງໃຫ້ບັນດາອົງການປະຕິບັດວຽກງານຊົນເຜົ່າ ແລະ ຄະນະພັກ, ອຳນາດການປົກຄອງຂອງທ້ອງຖິ່ນຕ່າງໆຄວນສືບຕໍ່ຄົ້ນຄ້ວາ, ກໍ່ສ້າງໂຄງການ ໜູນຊ່ວຍປະຊາຄົມຊົນເຜົ່າສ່ວນໜ້ອຍຕາມທິດລະອຽດ, ມີປະສິດທິຜົນ,ປະຕິບັດຢ່າງຄົບຊຸດບັນດາມາດຕະການກ່ຽວກັບກົນໄກ, ນະໂຍບາຍ, ກ່ຽວກັບທຶນ ແລະ ການຈັດຕັ້ງຜັນຂະຫຍາຍເພື່ອບັນລຸໄດ້ໝາກຜົນດີໃນການປະຕິບັດໂຄງການ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກໂດຍໄວ ແລະ ຍືນຍົງໃຫ້ແກ່ 61 ເມືອງປະສົບກັບຄວາມຫຍຸ້ງຍາກພິເສດໃນທົ່ວປະເທດທີ່ລັດຖະບານໄດ້ວາງອອກ, ສຸມແຫຼ່ງກຳລັງເພື່ອໜູນຊ່ວຍປະຊາຊົນຊົນເຜົ່າສ່ວນໜ້ອຍຢູ່ເຂດພູດອຍ, ເຂດຫ່າງໄກຊອກຫຼີກມີບ່ອນຢູ່ເປັນປົກກະຕິ, ພັດທະນາການຜະລິດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຊີ້ແຈ້ງວ່າ:
“ຄະນະກຳມະການຊົນເຜົ່າ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ປະຕິບັດວຽກງານໃນໄລຍະ 2012 - 2016 ໃຫ້ບັນລຸຜົນງານດີກ່ວາ. ລັດຈະເພີ່ມທະວີແຫຼ່ງກຳລັງກ່ວາອີກ ແລະ ພວກເຮົາຕ້ອງເພີ່ມທະວີການຄຸ້ມຄອງ. ບັນດາທ້ອງຖິ່ນມີປະຊາຊົນບັນດາເຜົ່າຄວນເບິ່ງແຍງດູແລຍົກສູງນ້ຳໃຈຮັບຜິດຊອບເພື່ອໜູນຊ່ວຍປະຊາຊົນໃຫ້ດີກ່ວາ, ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຕ້ອງມີໂຄງການເຄື່ອນໄຫວເພື່ອປະຕິບັດແຜນນະໂຍບາຍ, ບັນດາຊົນເຜົ່າຫວຽດນາມ ພ້ອມກັນພັດທະນາ ລ້ວນແຕ່ມີຄວາມສະເໝີພາບຕາມແຜນນະໂຍບາຍຂອງພັກ ແລະ ລັດທີ່ມີຕໍ່ຈຳນວນ 13% ປະຊາຊົນບັນດາເຜົ່າ.”