ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບຄະນະຜູ້ແທນ ກູບາ, ລາວ

(VOVWORLD) - ວັນທີ 06 ກັນຍາ, ທີ່ການຕ້ອນຮັບທ່ານເລຂາຄະນະບໍລິຫານງານສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ສອນທະນູ ທຳມະວົງ, 
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບຄະນະຜູ້ແທນ ກູບາ, ລາວ - ảnh 1ທ່ານ ຟ້າມບີງມິງ ແລະ ທ່ານ ສອນທະນູ ທຳມະວົງ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຕີລາຄາສູງ ຄວາມໝາຍຂອງບັນດາການເຄື່ອນໄຫວໃນເຫດການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ 2017. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ເຫດການດັ່ງກ່າວ ຈະປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງ 2 ປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 ກໍ່ຄືເລື່ອງ ຍູ້ແຮງວຽກງານໂຄສະນາສຶກສາອົບຮົມລຸ້ນໜຸ່ມກ່ຽວກັບການພົວພັນແບບພິເສດ, ມິດຕະພາບທີ່ເປັນມູນເຊື່ອຂອງ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ສະແດງຄວາມເຊື້ອໝັ້ນວ່າ ດ້ວຍຄວາມຂະຫຍັນຂັນເຄື່ອນ, ຄວາມສຸດຈິດສຸດໃຈ ແລະ ການປະດິດຄິດສ້າງຂອງຊາວໜຸ່ມ 2 ປະເທດ, 2 ຄະນະຊາວໜຸ່ມຈະສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນ ແລະ ລັກສະນະແທດຈິງຂອງບັນດາໂຄງການຮ່ວມມືຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງທັງ 2 ປະເທດ.

ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບຄະນະຜູ້ແທນ ກູບາ, ລາວ - ảnh 2 ທ່ານ ຟ້າມບີງມິງ ໃຫ້ການຕ້ອນຮັບ ທ່ານ Marcelino Medina Gonzalez (ພາບ: VGP)

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໃຫ້ການຕ້ອນຮັບທ່ານ Marcelino Medina Gonzalez ຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ ກູບາ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ