ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢ້ຽມຢາມສ.ເຊັກ ຢ່າງເປັນທາງການ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ
ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີເຊັກ Pavel Belobradek
(ພາບ: baotintuc.vn)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດສ.ເຊັກ Lubomir Zaoralek, ວັນທີ 24/07, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໄປຢ້ຽມຢາມສ.ເຊັກ ຢ່າງເປັນທາງການ. ໃນໄລຍະຢູ່ຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເຂົ້າຢ້ຽມຄຳນັບທ່ານຮອງນາຍົກລັດຖະມົນຕີເຊັກ Pavel Belobradek; ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ Lubomir Zaoralek ແລະ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດ; ພົບປະເຮັດວຽກກັບທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ Jan Mladek; ຢ້ຽມຢາມ ສະຖານທູດເຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ເຊັກ.
ໃນບັນດາການພົບປະກັບຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງຕ່າງໆຂອງເຊັກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າ ຍາມໃດຫວຽດນາມ ກໍ່ຖືການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດເປັນສຳຄັນ. ທ່ານຮອງນາຍົກລັດຖະມົນຕີເຊັກ Pavel Belobradek, ທ່ານລັດຖະມົນຕີການຕ່າງປະເທດ Lubomir Zaoralek ກໍ່ຄືທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ Jan Mladek ເຊື່ອໝັ້ນວ່າ ຫວຽດນາມ ພວມ ແລະ ຈະເປັນປັດໃຈສຳຄັນສຳລັບສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ; ຢືນຢັນວ່າ ຍາມໃດເຊັກ ກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນອາຊີ - ປາຊີຟິກ.
2 ຝ່າຍໄດ້ປຶກສາຫາລື ແລະ ເປັນເອກະພາບບັນດາມາດຕະການເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດ, ພິເສດແມ່ນການເມືອງ, ເສດຖະກິດ, ການຄ້າ…
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີການຕ່າງປະເທດ Lubomir Zaoralek ຢືນຢັນວ່າ ເຊັກ ສະໜັບສະໜູນຫຼັກໝັ້ນແກ້ໄຂທຸກໆການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດປີ 1982.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ຂອບໃຈລັດຖະບານເຊັກ ໄດ້ຮັບຮູ້ປະຊາຄົມຊາວຫວຽດນາມ ເປັນເຜົ່າທີ 14 ຂອງເຊັກ ແລະ ສະເໜີໃຫ້ລັດຖະບານເຊັກ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ດຳລົງຊີວິດ, ເຮັດວຽກເປັນປົກກະຕິຢູ່ເຊັກ. ທ່ານລັດຖະມົນຕີການຕ່າງປະເທດ Lubomir Zaoralek ຢືນຢັນ ແລະ ປາດຖະໜາວ່າ ປະຊາຄົມຊາວຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ນຳການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງ 2 ປະເທດຢ່າງຕັ້ງໜ້າ.