ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຊົນເຜົ່າ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຊົນເຜົ່າ - ảnh 1
ທ່ານຫງວຽນ​ຊວນ​ຟຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ


(vovworld)- ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ຊົນ​ເຜົ່າ, ນະ​ໂຍ​ບາຍ​ຊົນ​ເຜົ່າ​ອາ​ຍຸ​ການ (2011-2015) ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ວຽກ​ງານ​ໃນ​ປີ 2016 ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 27/2 ຢູ່​ແຂວງ​ລາວ​ກາຍ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຫງວຽນ​ຊວນ​ຟຸກ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ ຢືນ​ຢັນ​ວ່າ ສາ​ມັກ​ຄີ​ບັນ​ດາ​ເຜົ່າ​ແມ່ນ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ຫວຽດ​ນາມ, ດັ່ງ​ນັ້ນ, ບັນ​ຫາ​ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ຮັບ​ປະ​ກັນ​ບັນ​ດາ​ຊົນ​ເຜົ່າ​ມີ​ຄວາມ​ສະ​ເໝີ​ພາບ, ແກ້​ໄຂ​ຢ່າງ​ກົມ​ກ່ຽວ​ສາຍ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ເຜົ່າ, ຊ່ວຍ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຢູ່​ບັນ​ດາ​ເຂດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ດອຍ, ຂົນ​ຂວາຍ​ຖືກ​ທິດ​ເພື່ອ​ພໍ່​ແມ່​ປະ​ຊາ​ຊົນ​ສາ​ມັກ​ຄີ​ກັນ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນການ​ຜະ​ລິດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ