ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງສະຖາບັນມະຫາສະໝຸດສາດ ຍາຈາງ

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງສະຖາບັນມະຫາສະໝຸດສາດ ຍາຈາງ
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງສະຖາບັນມະຫາສະໝຸດສາດ ຍາຈາງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເຂົ້າຮ່ວມພິທີ (ພາບ: VGP/Đình Nam)

ຕອນບ່າຍວັນທີ 14 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງສະຖາບັນມະຫາສະໝຸດສາດ ຍາຈາງ, ເຊິ່ງເປັນຫົວໜ່ວຍຂອງສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ບັນດາໝາກຜົນຄົ້ນຄ້ວາໃນຕະຫຼອດໄລຍະປະຫວັດສາດແຫ່ງການພັດທະນາຂອງສະຖາບັນມະຫາສະໝຸດສາດ ໄດ້ສະໜອງບັນດາຫຼັກຖານວິທະຍາສາດພື້ນຖານ ກ່ຽວກັບເງື່ອນໄຂທຳມະຊາດ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ ສະຖາບັນມະຫາສະໝຸດສາດສືບຕໍ່ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດລວມເພື່ອໃຫ້ປະເທດຊາດພັດທະນາໄວກ່ວາ, ຍືນຍົງກ່ວາ, ປະກອບສ່ວນເຂົ້າໃນການຢັ້ງຢືນອະທິປະໄຕ, ທະເລໝູ່ເກາະຂອງປະເທດຊາດ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ:

        “ບໍ່ສາມາດພັດທະນາແບບຍືນຍົງ, ບໍ່ສາມາດບືນຕົວໄປໄກ ຖ້າຫາກບໍ່ເອົາໃຈໃສ່ເຖິງວິທະຍາສາດ, ເຕັກໂນໂລຊີ. ປະເທດຊາດໄດ້ບືນຕົວອອກສູ່ທະເລ, ຕ້ອງເອົາໃຈໃສ່ເຖິງເສດຖະກິດທະເລ ແລະ ວິທະສາຍາດທະເລ. ດັ່ງນັ້ນ, ນີ້ແມ່ນຄວາມເປັນກຽດ ແລະ ຄວາມຮັບຜິດຊອບໃຫຍ່ຫຼວງຂອງສະຖາບັນມະຫາສະໝຸດສາດ ໃນມື້ນີ້ ແລະ ໃນອະນາຄົດ. ພວກເຮົາສົມກັບພາລະກິດທີ່ຫຍຸ້ງຍາກລຳບາກ ແລະ ເປັນກຽດນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ