ຮອງນາຍົກລັດຖະມົນຕີ ຫວູ້ວັນນິງ ຕ້ອນຮັບທ່ານ ຮອງລັດຖະມົນຕີການຕ່າງປະເທດ ຊູແອັດ Frank Belfrage
ທ່ານຮອງນາຍົກລັດຖະມົນຕີ ຫວູ້ວັນນິງ
ຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ຊູແອັດ
(ພາບ: VNP)
(vovworld) - ຕອນບ່າຍວັນທີ 19/3, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ຊູແອັດ Frank Belfrage, ທ່ານຮອງນາຍົກລັດຖະມົນຕີ ຫວູ້ວັນນິງ ຖືວ່າ: ການຢ້ຽມຢາມຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ຊູແອັດ Frank Belfrage ແມ່ນເຫດການທີ່ສຳຄັນຂອງຂະແໜງການທູດ ຊູແອັດ, ທັງແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນສະພາບການສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ທ່ານຮອງນາຍົກລັດຖະມົນຕີ ຫວູ້ວັນນິງ ຢືນຢັນວ່າ: ລັດຖະບານ ຫວຽດນາມ ພວມຜັນຂະຫຍາຍບັນດານະໂຍບາຍ ແລະ ມາດຕະການເພື່ອສ້າງຄວາມສະດວກໃຫ້ບັນດາວິສາຫະກິດຕ່າງປະເທດໃນນັ້ນມີບັນດາວິສາຫະກິດ ຊູແອັດ ລົງທຶນດຳເນີນທຸລະກິດໃນໄລຍະຍາວນານ ແລະ ໝັ້ນຄົງຢູ່ ຫວຽດນາມ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຊູແອັດ Frank Belfrage ເນັ້ນໜັກວ່າ: ດ້ວຍອິດທິພົນຊື່ສຽງ ແລະ ບົດບາດຂອງຕົນໃນ EU, ຊູແອັດ ຈະສືບຕໍ່ສະໜັບສະໜູນ ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານກັບ EU, ໜູນຊ່ວຍ ຫວຽດນາມໃນວິວັດການເຈລະຈາສິ້ນສຸດ FTA ຫວຽດນາມ - EU, ຜ່ານນັ້ນຍູ້ແຮງ ການແລກປ່ຽນເສດຖະກິດການຄ້າລະຫວ່າງ ຫວຽດນາມ ແລະ EU ເວົ້າລວມ ແລະ ຫວຽດນາມ ກັບ ຊູແອັດ ເວົ້າສະເພາະກວ່າອີກ.