ຮອງນາຍົກລັດຖະມົນຕີ ຫວູວັນນິງ ຢ້ຽມຢາມ ແລະ ເຮັດວຽກຢູ່ສິງກາໂປ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ
(ພາບປະກອບ)
(vovworld) - ໂດຍໄດ້ຮັບຄຳເຊີນຈາກລາຍການ “ເພື່ອນມີດຂອງ S.R Nathan”, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ ມີການຢ້ຽມຢາມ, ເຮັດວຽກຢູ່ສິງກາໂປ ແຕ່ວັນທີ 5 – 8/11/2013. ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 6/11, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໄດ້ໃຫ້ການຕ້ອນຮັບທ່ານນາງ Grace Fu, ລັດຖະມົນຕີຫ້ອງວ່າການນາຍົກລັດຖະມົນຕີ, ລັດຖະມົນຕີຜູ້ທີ 2 ກະຊວງຊັບພະຍາກອນ ແລະ ແຫຼ່ງນ້ຳທັງແມ່ນລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ສິງກາໂປ. ເມື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, 2 ຝ່າຍໄດ້ສະແດງຄວາມເພິງພໍໃຈຕໍ່ການພັດທະນາຢ່າງແຮງໃນທຸກຂົງເຂດຄື: ການເມືອງ, ການຄ້າ, ການສຶກສາ... ລະຫວ່າງ ຫວຽດນາມ ແລະ ສິງກາໂປ ໃນໄລຍະຜ່ານມາ, ພິເສດແມ່ນເລື່ອງ 2 ປະເທດໄດ້ຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ, ກໍ່ຄືຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1/8/1973 – 1/8/2013). 2 ຝ່າຍໄດ້ເຫັນດີເປັນເອກະສັນທີ່ຖືວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດຈະສ້າງພື້ນຖານເພື່ອຊຸກຍູ້ການແລກປ່ຽນບັນດາຂົງເຂດຮ່ວມມືໃນໄລຍະຈະມາເຖິງກ່ວາອີກ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ. 2 ຝ່າຍຕີລາຄາສູງຜົນງານຂອງບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກາໂປ ແຫ່ງຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະເໜີໃຫ້ສິງກາໂປ ຄົ້ນຄ້ວາລົງທຶນເຂົ້າ ຟູ໋ກວກ, ພັດທະນາເກາະ ຟູ໋ກວກ ກາຍເປັນເຂດເສດຖະກິດແບບຢ່າງຂອງ ຫວຽດນາມ. 2 ຝ່າຍໄດ້ແລກປ່ຽນບົດຮຽນໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ໃນນັ້ນມີບົດຮຽນເຈລະຈາບັນດາສັນຍາການຄ້າເສລີ ແລະ ສັນຍາຄູ່ຮ່ວມມືເຂດ ປາຊີຟິກ (TPP) ແລະ 2 ຝ່າຍຢັ້ງຢືນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ແບ່ງປັນບົດຮຽນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນວິວັດການເຈລະຈາ TPP.
ແລະກໍ່ໃນວັນທີ 6/11, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ມີການເຮັດວຽກກັບອົງການການເງິນ ສິງກາໂປ ແລະ ກອງທຶນລົງທຶນ Temasek Holdings. 2 ຝ່າຍໄດ້ແລກປ່ຽນບົດຮຽນໃນການຄຸ້ມຄອງ ແລະ ການສ້າງບັນດານະໂຍບາຍການເງິນ, ທະນາຄານຢູ່ແຕ່ລະປະເທດ, ການຄຸ້ມຄອງທຶນຂອງລັດຢູ່ບັນດາບໍລິສັດຢ່າງມີປະສິດທິຜົນ.