ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ປຸກລະດົມ ເລີ່ມເຄື່ອນໄຫວປີແຫ່ງຄວາມປອດໄພທາງຄົມມະນາຄົມ 2024

(VOVWORLD) - ແຜນການປີແຫ່ງຄວາມປອດໄພທາງຄົມມະນາຄົມ 2024 ຂອງຄະນະກຳມະການຄວາມປອດໄພດ້ານຄົມມະນາຄົມແຫ່ງຊາດ ດ້ວຍຫົວຂໍ້ “ເຄົາລົບກົດໝາຍເພື່ອສ້າງວັດທະນະທຳທາງຄົມມະນາຄົມທີ່ປອດໄພ”.
ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ປຸກລະດົມ ເລີ່ມເຄື່ອນໄຫວປີແຫ່ງຄວາມປອດໄພທາງຄົມມະນາຄົມ 2024 - ảnh 1ພາບປະກອບ

ຕອນເຊົ້າວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ຄະນະກຳມະການຄວາມປອດໄພດ້ານຄົມມະນາຄົມແຫ່ງຊາດ ສົມທົບກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີປຸກລະດົມເລີ່ມເຄື່ອນໄຫວປີແຫ່ງຄວາມປອດໄພທາງຄົມມະນາຄົມ 2024 ແລະ ໄລຍະຈຸດສຸມຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມໃນບຸນປີໃໝ່ປະຈຳຊາດ ປີມະໂລງ ແລະ ງານບຸນລະດູບານໃໝ່ 2024. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ, ປະທານຄະນະກຳມະການຄວາມປອດໄພດ້ານຄົມມະນາຄົມແຫ່ງຊາດ, ໄດ້ຊີ້ແຈ້ງວ່າ: ແຜນການປີແຫ່ງຄວາມປອດໄພທາງຄົມມະນາຄົມ 2024 ຂອງຄະນະກຳມະການຄວາມປອດໄພດ້ານຄົມມະນາຄົມແຫ່ງຊາດ ດ້ວຍຫົວຂໍ້ “ເຄົາລົບກົດໝາຍເພື່ອສ້າງວັດທະນະທຳທາງຄົມມະນາຄົມທີ່ປອດໄພ”. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ສ້າງ ແລະ ຜັນຂະຫຍາຍປະຕິບັດໃຫ້ເໝາະສົມກັບພາລະບົດບາດ, ໜ້າທີ່ ແລະ ສະພາບການຂອງອົງການ, ຫົວໜ່ວຍ. ພິເສດແມ່ນການຜັນຂະຫຍາຍປະຕິບັດວຽກງານຮັບປະກັນຄວາມປອດໄພທາງຄົມມະນາຄົມໃນໂອກາດບຸນປີໃໝ່ປະຈຳຊາດປີມະໂລງ ທີ່ຈະມາເຖິງນີ້ໃຫ້ເດັດຂາດ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ