(vovworld) – ວັນທີ 10/7, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ເປັນປະທານກອງປະຊຸມລະຫວ່າງບັນດາກະຊວງ; ກະຊວງຄົມມະນາຄົມຂົນສົ່ງ, ກະຊວງແຜນການ ແລະ ການລົງທຶນ, ການຊວງກໍ່ສ້າງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງກ່ຽວກັບສະພາບການຜັນຂະຫຍາຍການປະຕິບັດການປ່ອຍເງິນໂຄງການ ODA ເວົ້າລວມ ແລະ ສະພາບຜັນຂະຫຍາຍ 9 ໂຄງການປ່ອຍເງິນທີ່ຊັກຊ້າໃນປີ 2012 ໂດຍທະນາຄານໂລກອຸປະຖຳ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ປະຕິບັດບັນດາວຽກງານຢ່າງເຂັ້ມງວດ ແລະ ໃຫ້ຄຳໝັ້ນສັນຍາປ່ອຍເງິນ 9 ໂຄງການ, ຮັບປະກັນໃນປີ 2012 ນຳບັນດາໂຄງການນີ້ອອກຈາກບັນຊີລາຍຊື່ບັນດາໂຄງການທີ່ປ່ອຍເງິນຢ່າງຊັກຊ້າ. ທ່ານຮອງນາຍົກລັດຖະມົນຕີຊີ້ນຳວ່າ ບັນດາອົງການຮັບຜິດຊອບ, ຊຸກຍູ້,ຊີ້ນຳ, ຕິດຕາມກວດກາການປະຕິບັດບັນດາຄຳໝັ້ນສັນຍາຍູ້ແຮງຄວາມຄືບໜ້າໃນການປ່ອຍເງິນ ແລະ ຮັບຜິດຊອບຕໍ່ລັດຖະມົຕີຢ່າງຮອບດ້ານກ່ຽວກັບລະດັບຄວາມໄວ ແລະ ປະສິດທິຜົນຂອງບັນດາໂຄງການ.