ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄາຍ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ເພື່ອ​ການຊຳ​ລະ​ສາ​ກົນ

(VOVWORLD) - ຫວຽດນາມ ປາດຖະໜາວ່າ BIS ຈະໃຫ້ຄວາມເອົາໃຈໃສ່, ສືບຕໍ່ຜັນຂະຫຍາຍບັນດາເວທີປາໄສ ແລະ ຂໍ້ລິເລີ່ມຂອງຕົນຢູ່ ຫວຽດນາມ ແລະ ຊ່ວຍໃຫ້ ຫວຽດນາມ ຍົກສູງປະສິດທິຜົນການຄຸ້ມຄອງລະບົບທະນາຄານ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄາຍ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ເພື່ອ​ການຊຳ​ລະ​ສາ​ກົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ຕ້ອນຮັບທ່ານ Agustin Carstens ຜູ້ອຳນວຍການໃຫຍ່ທະນາຄານເພື່ອການຊຳລະສາກົນ (ພາບ: VOV)

ຕອນບ່າຍວັນທີ 22 ກັນຍາ, ຢູ່ສຳນັກງານລັດຖະບານ ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ໄດ້ໃຫ້ການຕ້ອນຮັບທ່ານ Agustin Carstens ຜູ້ອຳນວຍການໃຫຍ່ທະນາຄານເພື່ອການຊຳລະສາກົນ (BIS). ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ສະໜັບສະໜູນທະນາຄານແຫ່ງລັດ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ BIS ແນໃສ່ຍົກສູງປະສິດທິຜົນການຄຸ້ມຄອງລັດ ແລະ ຕິດຕາມກວດກາບັນດາວິຊາສະເພາະການເງິນການທະນາຄານເຕັກໂນໂລຢີສູງ, ຮັບປະກັນສະຖຽນລະພາບດ້ານການເງິນແຫ່ງຊາດ ແລະ ສາກົນ. ຫວຽດນາມ ປາດຖະໜາວ່າ BIS ຈະໃຫ້ຄວາມເອົາໃຈໃສ່, ສືບຕໍ່ຜັນຂະຫຍາຍບັນດາເວທີປາໄສ ແລະ ຂໍ້ລິເລີ່ມຂອງຕົນຢູ່ ຫວຽດນາມ ແລະ ຊ່ວຍໃຫ້ ຫວຽດນາມ ຍົກສູງປະສິດທິຜົນການຄຸ້ມຄອງລະບົບທະນາຄານ.

        ສ່ວນທ່ານ Agustin Carstens ຜູ້ອຳນວຍການໃຫຍ່ BIS ຢັ້ງຢືນວ່າ BIS ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ ທີ່ມີຕໍ່ຄວາມອາດສາມາດ ແລະ ການປະກອບສ່ວນສຳຄັນແກ່ພື້ນຖານການເງິນ ແລະ ເສດຖະກິດທົ່ວໂລກ. ໃນໄລຍະຈະມາເຖິງ,  BIS ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໃນຂົງເຂດປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຢັ້ງຢືນວ່າ ຈະໜູນຊ່ວຍ ຫວຽດນາມ ຢ່າງສຸດຂີດໃນຂົງເຂດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ