ຮອງນາຍົກລັດຖະມົນຕີNguyen Xuan Phuc ພົບປະຜູ້ມີສິດເລືອກຕັ້ງເມືອງ ບັກຈ່າມີ, ກວາງນາມ

ຮອງນາຍົກລັດຖະມົນຕີNguyen Xuan Phuc ພົບປະຜູ້ມີສິດເລືອກຕັ້ງເມືອງ ບັກຈ່າມີ, ກວາງນາມ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​
ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງເມືອງ​ບັກຈ່າ​ມີ, ​ແຂວງກວາງ​ນາມ)

(vovworld) -     ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​​ໃໝສາມັນ​​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 30/9, ຄະນະ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ກວາງ​ນາມ ​​ໂດຍ​ທ່ານກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ນຳ​ໜ້າ ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ບັກຈ່າ​ມີ, ​ແຂວງກວາງ​ນາມ.

ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​​ແຈ້ງ​ບາງ​ຈຸດ​ກ່ຽວ​ກັບສະພາບ​​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ 9 ​ເດືອນ​ປີ 2012, ​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການຄວບ​ຄຸມ, ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​​​ເປັນ​ປົກກະຕິ ​ແລະ ຮັບປະກັນຊີວິດ​ສັງຄົມ​. ພິ​ເສດ, ຕາງໜ້າ​ໃນ​ການ​ນຳ​ພັກ, ລັດ, ທ່ານ​ຮອງນາຍົກ​ລັດຖະມົນຕີ​ໄດ້​ແບ່ງປັນ​ຄວາມ​​ເປັນ​ຫ່ວງ​​ເປັນ​ໃຍ່ ບໍ່​ອຸ່ນ​ອຽງ​ໃຈຂອງ​ພໍ່​ແມ່​ປະຊາຊົນ​ໃນ​ໄລຍະ​ຜ່ານ​ມາ​ ທີ່ກ່ຽວຂ້ອງ​ເຖິງ​ແຜນ​ດິນ​ໄຫວ​ຢູ່​ເຂດ​ເຂື່ອນ​ໄຟຟ້າ​ນ້ຳຕົກ Song Tranh 2, ແຂວງບັກຈ່າ​ມີ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຢືນຢັນ​ວ່າ.

“ທ່ານ​ນາຍົກລັດຖະມົນຕີ​ໄດ້​ຕົກລົງ​ບາງ​ມາດ​ຕະການ​ເພື່ອ​ຕີ​ລາຄາ​ສະພາບ​ແຜ່ນດິນ​ໄຫວຢູ່ທີ່​ນີ້ຢ່າງ​ລະອຽດ ​ແລະ ​ໄດ້​ຈັດສົ່ງ​ພະນັກງານ​ວິທະຍາສາດ​​ໃຫ້ມີໜ້າ​ຢູ່​ນີ້​ໃນ​ລະດູ​ຟົນຕົກ​ນ້ຳ​ຖ້ວມ ​ເພື່ອ​ຕິດຕາມ​ສະພາບ​ການ. ມີ​ມາດ​ຕະການ​ກະກຽມ​ປ້ອງ​ກັນ​ຕ້ານ​ພະຍຸ​ນ້ຳ​ຖ້ວມ​ຢ່າງ​ລະອຽດ. ກຸມ​ບໍລິສັດ​ພະລັງງານ​​ໄຟຟ້າຫວຽດນາມ ​ໄດ້​ຊີ້​ນຳ​ຄະນະ​ຄຸມ​ຄອງ​ເຂື່ອນ​ໄຟຟ້າ​ນ້ຳຕົກ 3 ຊ່ວຍ​ເຫຼືອ​ປະຊາຊົາ. ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ​ແຂວງກໍຮຽກຮ້ອງ​ປະຕິບັດ ​ແລະ ສືບ​ຕໍ່​ຕິດຕາມ​ກວດກາ​ບັນຫາ​ນີ້.”

ຂ່າວ/ບົດ​ອື່ນ