ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບປະທານອົງການຈັດຕັ້ງມະນຸດສະທຳສາກົນ, ອາເມລິກາ

(VOVWORLD) -ໃນຕອນບ່າຍວັນທີ 7 ທັນວາ, ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບ ບາດຫຼວງ Franklin Graham, ປະທານ ທັງເປັນຜູ້ອຳນວຍການຝ່າຍບໍລິຫານອົງການຈັດຕັ້ງມະນຸດສະທຳສາກົນ Samaritan’s Purse International Relief (SPIR, ອາເມລິກາ) ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບປະທານອົງການຈັດຕັ້ງມະນຸດສະທຳສາກົນ, ອາເມລິກາ - ảnh 1 ທ່ານຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບປະທານອົງການຈັດຕັ້ງມະນຸດສະທຳສາກົນ, ອາເມລິກາ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ຊຸກຍູ້ບັນດາສິດທິມະນຸດ, ໃນນັ້ນມີສິດເສລີໃນການເຫຼື້ອມໃສ, ສາສະໜາ. ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ປາດຖະໜາວ່າ ທ່ານ Franklin Graham ປະກອບສ່ວນຊຸກຍູ້ສາຍພົວພັນ ຫວຽດນາມ - ອາເມລິກາ ເວົ້າລວມ ແລະ ການຮ່ວມມື, ເຈລະຈາກ່ຽວກັບບັນຫາການເຫຼື້ອມໃສ, ສາສະໜາລະຫວ່າງສອງປະເທດເວົ້າສະເພາະ; ສືບຕໍ່ມີການເຄື່ອນໄຫວແທດຈິງຫຼາຍຢ່າງໃນບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ ຫວຽດນາມ ກວ່າອີກ.

        ສ່ວນບາດຫຼວງ Franklin Graham ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນການສ້າງສາຍພົວພັນອັນດີງາມກັບ ຫວຽດນາມ; ສືບຕໍ່ເພີ່ມທະວີການເຄື່ອນໄຫວໜູນຊ່ວຍມະນຸດສະທຳສຳລັບ ຫວຽດນາມ; ຊຸກຍູ້ການຮ່ວມມື, ການເຈລະຈາກ່ຽວກັບບັນຫາສາສະໜາ, ການເຫຼື້ອມໃສລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ສາຍພົວພັນ ຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ