ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຜູ້ວ່າການລັດເຂດ Ostergotland, ຊູແອດ
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ
ຕ້ອນຮັບຜູ້ວ່າການລັດເຂດ Ostergotland, ຊູແອດ
(ພາບ: baochinhphu.vn)
(vovworld) - ຕອນບ່າຍວັນທີ 24/02, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Elisabeth, ຜູ້ວ່າການລັດເຂດ Ostergotland, ປະເທດຊູແອດ ທີ່ພວມຢ້ຽມຢາມຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ລັດຖະບານຫວຽດນາມ ຊົມເຊີຍ ແລະ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຊູແອດ ເວົ້າລວມ ແລະ ວິສາຫະກິດເຂດ Ostergotland ເວົ້າສະເພາະເຄື່ອນໄຫວຢ່າງເປັນປົກກະຕິ, ຍາວນານຢູ່ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດເຊິ່ງ ຊູແອດ ມີທ່າແຮງຄື: ເຕັກໂນໂລຊີຂຽວ - ສະອາດ, ອຸດສາຫະກຳປຸງແຕ່ງ, ຜະລິດ, ພື້ນຖານໂຄງລ່າງ… ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍ່ສະແດງຄວາມພາກພູມໃຈຕໍ່ການພັດທະນາໃນການພົວພັນຮ່ວມມືຂັ້ນທ້ອງຖິ່ນລະຫວ່າງ 2 ປະເທດ, ຖືວ່າການພົວພັນຮ່ວມມືລະຫວ່າງແຂວງທ໋າຍງວຽນ ແລະ ເຂດ Ostergotland ໄດ້ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.