ທ່ານລັດຖະມົນຕີ ຟ້າມບິ່ງມິງຕ້ອນຮັບທ່ານລັດຖະມົນຕີຊ່ວຍວ່າການ
ກະຊວງການຕ່າງປະເທດ ປາກິດສະຖານ Amjad Hussain B.Sial
(ພາບ: VGP/HaiMinh)
(vovworld) – ທີ່ການຕ້ອນຮັບທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ປາກິດສະຖານ Amjad Hussain B.Sial. ຕອນບ່າຍວັນທີ 19/8, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕີລາຄາສູງບັນດາຜົນງານທີ່ຕັ້ງໜ້າ ຊຶ່ງ 2 ຝ່າຍບັນລຸໄດ້ທີ່ກອງປະຊຸມທາບທາມການເມືອງ, ພິເສດແມ່ນເລື່ອງ 2 ຝ່າຍໄດ້ຍົກອອກຫລາຍຂໍ້ລິເລີ່ມໃໝ່ ເພີ່ອຊຸກຍູ້ການພົວພັນຮ່ວມມືໃນຫລາຍຂົງເຂດ ກໍຄືບັນລຸໄດ້ຄວາມຮັບຮູ້ລວມຫລາຍຢ່າງ ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າ: ນະໂຍບານສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນການພັດທະນາສາຍພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ປາກິດສະຖານ ແລະ ປາດຖະໜາວ່າ: 2 ຝ່າຍຮ່ວມມືກັນນຳວົງເງິນການຄ້າ 2 ປະເທດບັນລຸໃຫ້ໄດ້ 500 ລ້ານກ່ວາ USD.
ທ່ານ Amjad Hussain B.Sial ໄດ້ຢືນຢັນຄືນອີກເທື່ອໜຶ່ງວ່າ: ປາກິດສະຖານ ປາດຖະໜາຢາກໃຫ້ 2 ປະເທດສືບຕໍ່ຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ກໍຄືບັນດາຄວາມມານະພະຍາຍາມລວມ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ.
ແລະໃນຕອນເຊົ້າວັນດຽວກັນ, ເມື່ອປະຕິບັດຂໍ້ຕົກລົງລະຫວ່າງ 2 ກະຊວງການຕ່າງປະເທດ ຫວຽດນາມ ແລະ ປາກິດສະຖານ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈຸງ ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Amjad Hussain B.Sial ໄດ້ເຫັນດີເປັນປະທານຮ່ວມກອງປະຊຸມທາບທາມການເມືອງເທື່ອທີ 1 ຢູ່ຮ່າໂນ້ຍ. ທີ່ການປະຊຸມ, 2 ຝ່າຍໄດ້ຢືນຢັນ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຮ່ວມມືຮອບດ້ານ ຫວຽດນາມ - ປາກິດສະຖານ; ເຫັນດີເປັນເອກະພາບຍົກອອກບັນດາມາດຕະການລະອຽດ, ແທດຈິງເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍໃນທຸກຂົງເຂດ: ການເມືອງ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ…