ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບ
ເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ
(ພາບ: TTXVN)

(vovworld) - ຕອນບ່າຍ​ວັນ​ທີ 21/12, ຢູ່​ສຳ​ນັກ​ງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Craig Chittick, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ, ຜູ້​ມີ​ອຳນາດ​​ເຕັມ​ແຫ່ງ​ອົດ​ສະ​ຕາ​ລີ ປະຈຳ​ຮ່າ​​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ໜ້າ​ທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ. ທີ່​ພິທີ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ມານະ​ພະຍາຍາມ​​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເພີ່ມ​ທະວີ ​​ໃຫ້​ເຂົ້າ​ສູ່່​ລວງ​ເລິກ, ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ຄວາມ​ມ​ຸ່ງມາດ​ປາດ​ຖະໜາ​ຂອງ​ການ​ນຳ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ, ​ໃນ​ຕໍ່ໜ້າ 2 ຝ່າຍ​ຕັ້ງໜ້າ​ສົມທົບ​ກັນ​ຜັນຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ຫວຽດນາມ - ອົດ​ສະ​ຕາ​ລີ ​ໄລຍະ 2016 – 2019 ​ເຊິ່ງຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ, ຊ່ວຍ​ຍູ້​ແຮງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ... ກວ່າ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ປາດຖ​ະໜາ​ວ່າ, 2 ປະ​ເທດຈະ​ສືບ​ຕໍ່​ເສີ​ມຂະຫຍາຍ​ການ​ຮ່ວມ​ມື, ສົ​ມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນຢູ່​ບັນ​ດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ໃນ​ປະຈຸ​ບັນ​, ​ໃນ​ນັ້ນມີ: ASEAN, EAS, APEC... ​ເພື່ອ​ຈຸດໝາຍ​ລວມ​ແມ່ນ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ວັດ​ຖະນາ​ຖາວອນ​ໃນ​ພາກ​ພື້ນ.

        ສ່ວນ​ທ່ານເອກ​ອັກຄະ​ລັດຖະທູດ​ Craig Chittick ກໍ່ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ອົດ​ສະ​ຕາ​ລີ ​ແມ່ນ​ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ພາກ​ພື້ນ, ​ເນັ້ນ​ໜັກ​ວ່າ, ​​ໃນ​ຖາ​ນະ​ຕຳ​ແໜ່​ງຄື​ປະຈຸ​ບັນ, ທ່ານຈະ​ມານະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່ 2 ປະ​ເທດ, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ພັດທະນາ​ທຸກ​ດ້ານ.

ຂ່າວ/ບົດ​ອື່ນ