ຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບເອກອັກຄະລັດຖະທູດໄທແລະຟີລິບປິນ

ຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບເອກອັກຄະລັດຖະທູດໄທແລະຟີລິບປິນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ​
​ຕ້ອນຮັບ​ທ່ານ ມາ​ນົບ​ໃຈ ວົງ​ພັກດີ ​ເອກ​ອັກຄະ​ລັດຖະທູດ ​ໄທ
(ພາບ: VGP/HaiMinh)

(vovworld) – ​ ​ ​ ຕອນ​ບ່າຍ​ວັນ​ທີ 31/05, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມີ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ມາ​ນົບ​ໃຈ ວົງ​ພັກດີ ​ເອກ​ອັກຄະ​ລັດຖະທູດ ​ໄທ ປະຈຳ ຫວຽດນາມ. ທີ່​ການ​ຕ້ອນຮັບ ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມີ​ງ ຢືນຢັນ​ວ່າ: ​​ໂດຍ​ແມ່ນ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ທັງ​ເປັນ​ສະມາຊິກ​ໃນ​ປະຊາ​ຄົມ ອາ​ຊຽນ, ຫວຽດນາມ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ ​ໄທ ມີສະຖຽນ​ລະ​ພາບ ​ແລະ ພັດທະນາ; ພ້ອມ​ທັງ ຖື​ເປັນ​ສຳຄັນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມີ​ງ ສະ​ເໜີ​ວ່າ 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຜັນ​ຂະຫຍາຍຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ຄະນະລັດຖະບານ​ປະສົມ ຫວຽດນາມ - ​ໄທ ​ເທື່ອ​ທີ 3, ​ໂຄງການ​ດຳ​ເນີນ​ງານ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ 2014 - 2018​ ຢ່າງ​ມີ​ປະສິດທິ​ຜົນ; ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູ​ດ (6/8/1976 – 6/8/2016) ​ເປັນ​ຢ່າ​ງດີ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ມາ​ນົບ​ໃຈ ວົງ​ພັກດີ ​ຢືນຢັນ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່​ອ ປະກອບສ່ວນ​ເພີ່ມ​ທະວີ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ ຫວຽດນາມ - ​ໄທ ​ໃຫ້​ດີກ່ວາ​ອີກ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມ

ບີ​ງມີ​ງ ຕ້ອນຮັບ​ທ່ານ Noel Servigon ​ເອກ​ອັກຄະ​ລັດຖະທູດ ຟີ​ລີບ​ປິນ ປະຈຳ ຫວຽດນາມ. ທີ່​ການ​ຕ້ອນຮັບ ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມີ​ງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ໃຫ້ການ​ຮ່ວມ​ມື​ກັບ​ລັດຖະບານ ຟີ​ລີບປິນ ຢ່າງ​​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປັບປຸງ ​ແລະ ​ເພີ່​ມທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ 2 ຝ່າຍ​ຄວນ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ເພື່ອ​ນຳ​ການ​ພົວພັນ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ກ່ວາ​ອີກ, ​ໃນ​ນັ້ນ ມີ​ການ​ຮ່ວມ​ມືສ້າງ​ໂຄງການ​ດຳ​ເນີນ​ງານ ຫວຽດນາມ - ຟີ​ລີບ​ປິນ ​ໄລຍະ 2017 – 2022 ​ເພື່ອ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ​ລະອຽດຄື: ການປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ - ການ​ລົງທຶນ, ກະສິກຳ….

ຂ່າວ/ບົດ​ອື່ນ