ຮອງນາຍົກລັດຖະມົນຕີຟ້າມບິ່ງມິງ:ຫວຽດນາມ-ອາເມລິກາປະຕິບັດສຳເລັດການເຈລະຈາTPPໂດຍໄວ
ທ່ານສະມາຊິກສະພາສູງ Benjamin Cardin ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ
(ພາບ: An Đăng/TTXVN)
(vovworld) – ທີ່ການຕ້ອນຮັບທ່ານສະມາຊິກສະພາສູງ Benjamin Cardin, ປະທານອະນຸກຳມະການ ອາຊີຕາເວັນອອກ - ປາຊີຟິກ ຂຶ້ນກັບກຳມາທິການພົວພັນຕ່າງປະເທດ ສະພາສູງ ອາເມລິກາ, ວັນທີ 27/5/2014, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານສະມາຊິກສະພາສູງ Benjamin Cardin ແລະ ຖືວ່າ: ປະຈຸບັນແມ່ນຈຸດເວລາສະດວກທີ່ສຸດເພື່ອໃຫ້ການພົວພັນ 2 ປະເທດພັດທະນາຢ່າງແຮງ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນ ແລະ ຊຸກຍູ້, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ລັດຖະບານ ອາເມລິກາ ສືບຕໍ່ເປີດຕະຫຼາດນນຳເຂົ້າສິນຄ້າ ຫວຽດນາມ, ຫລຸດຜ່ອນບັນດາຮົ້ວກີດຂວາງດ້ານການຄ້າ, ພິເສດແມ່ນເຫດການຕ້ານການຂາຍບູບລາຄາ, ຕ້ານການໜູນຊ່ວຍ, ສືບຕໍ່ສະຫງວນໃຫ້ ຫວຽດນາມ ຄວາມມີໄຫວພິບ ແລະ ການປະພຶດຕ່າງຫາກ ໃນການເຈລະຈາສັນຍາຄູ່ຮ່ວມມືເຂດປະຊີຟິກ (TPP) ຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາ. ທ່ານສະມາຊິກສະພາສູງ Benjamin Cardin ສະແດງການສະໜັບສະໜູນຄວາມມານະພະຍາຍາມຂອງ 2 ຝ່າຍສືບຕໍ່ຜັນຂະຫຍາຍຄູ່ຮ່ວມມືຮອບດ້ານຢ່າງມີປະສິດທິຜົນ, ຫວັງວ່າ ຫວຽດນາມ ແລະ ອາເມລິກາ ພ້ອມກັບບັນດາປະເທດອື່ນປະຕິບັດສຳເລັດການເຈລະຈາ TPP ໂດຍໄວ, ຖືນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາປະເທດເປີດຕະຫຼາດ ແລະ ປ່ຽນໃໝ່ຮູບແບບການພັດທະນາເສດຖະກິດ. 2 ຝ່າຍກໍແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີສະພາບການໃນປະຈຸບັນຢູ່ທະເລຕາເວັນອອກ.