ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດນິວຊີແລນ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດນິວຊີແລນ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ບິ່ງ​ມິງ ແລະ
​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດນິວ​ຊີ​ແລນ Muray McCully
(ພາບ: TTXVN)


(vovworld) - ​​​ ​​ ​​​ໃນ​ຂອບ​ເຂດ​ການ​ຢ້ຽມ​ປະ​ເທດ​ນິວ​ຊີ​ແລນ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 01 – 03/12, ຕອນ​ເຊົ້າ​ວັນ​ທີ 02/12, ຢູ່ Auckland, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ​ ຟ້າມ​ບິ່ງ​ມິງ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດນິວ​ຊີ​ແລນ Muray McCully. ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ແລະ ທຸກ​ຂັ້ນຂອງ 2 ປະ​ເທດ; ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ກ​ົນ​ໄກ​ຮ່ວມ​ມື 2 ຝ່າຍ. 2 ຝ່າຍ​ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ບໍ​ລິ​ການ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້ບັນ​ລຸ​ 1,7 ຕື້ USD ໃນ​ປີ 2020 ຄື​ດັ່ງ​ການ​ນຳ 2 ປະ​ເທດ​ໄດ້​ວາງ​ອອກ, ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໃຫ້​ກາຍ​ເປັນ​ຂົງ​ເຂດ​ເສົ້າ​ຄ້ຳ​ຂອງ​ການ​ພົວ​ພັນ 2 ຝ່າຍ. 2 ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ, ພົບ​ພັນແລກ​ປ່ຽນ​ປະ​ຊາ​ຊົນ…

        2 ຝ່າຍ​ກໍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ສະ​ຫງົບ, ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ ແລະ ການ​ບິນ​ໃນ​ພາກ​ພື້ນ; ເຄົາ​ລົບ​ກົດ​ໝາຍ​ສາ​ກົນ; ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS)…

ຂ່າວ/ບົດ​ອື່ນ