(vovworld) - ໃນລະຫວ່າງວັນທີ 13 - 14/10, ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ໄດ້ເດ່ີນທາງມາຫວຽດນາມ ເພື່ອເຂົ້າຮ່ວມພິທີສະເໜີປື້ມທີ່ຂຽນກ່ຽວກັບສຳພັນທະມິດສູ້ຮົບຫວຽດນາມ - ລາວ ໄລຍະຕໍ່ສູ້ໂດຍທ່ານເອງ ແລະ ບັນດາເພື່ອນຫວຽດນາມ ພ້ອມກັນຂຽນ. ວັນທີ 13/10, ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ໄດ້ມີການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc. ທີ່ການພົບປະ, ຮອງນາຍົກລັດຖະມົນຕີສອງທ່ານ, ທັງເປັນປະທານຄະນະກຳມາທິການຮ່ວມມືລະຫວ່າງລັດຖະບານຫວຽດນາມ - ລາວ, ລາວ - ຫວຽດນາມ ພ້ອມກັນແລກປ່ຽນກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມຄະນະກຳມາທິການລະຫວ່າງລັດຖະບານ ເຊິ່ງຈະຈັດຂຶ້ນຢູ່ຫວຽດນາມ ໃນທ້າຍປີ 2012 ນີ້. ຮອງນາຍົກລັດຖະມົນຕີສອງທ່ານກໍໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ສາຍພົວພັນຮ່ວມມືແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ຍິ່ງກວ່າອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບຫວຽດນາມ - ລາວ 2012.