ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສູນກາງແນວລາວສ້າງຊາດ
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນສູນກາງແນວລາວສ້າງຊາດ
(ພາບ: VGP/Lê Sơn)
(vovworld) - ຕອນເຊົ້າວັນທີ 8/7, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບທ່ານຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ແກ່ນຕາ ກອງບຸນມີ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານໄດ້ຕີລາຄາສູງໝາກຜົນແຫ່ງການພົບປະເຈລະຈາລະຫວ່າງຄະນະສາສະໜາລັດຖະບານຫວຽດນາມ ແລະ ປະທານຄະນະກຳມະການສູນກາງແນວລາວສ້າງຊາດ. ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກສະເໜີໃຫ້ສອງອົງການຄວາມເປັນເຈົ້າການຕັ້ງໜ້າປະຕິບັດລາຍການຮ່ວມມື, ຍົກສູງປະສິດທິຜົນໃນຂົງເຂດສາສະໜາໃນຕໍ່ໜ້າ. ສ່ວນທ່ານຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ແກ່ນຕາ ກອງບຸນມີ ໄດ້ຢັ້ງຢືນວ່າການເຄື່ອນໄຫວຮ່ວມມືໃນຂົງເຂດບຳລຸງສ້າງມີຄວາມໝາຍສຳຄັນປະກອບສ່ວນຍົກສູງຄວາມສາມາດຄຸ້ມຄອງລັດກ່ຽວກັບດ້ານສາສະໜາໃຫ້ແກ່ຖັນແຖວພະນັກງານທີ່ເຮັດວຽກງານສາສະໜາຂອງລາວ. ຄະນະກຳມະການສູນກາງແນວລາວສ້າງຊາດ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.