ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາສະພາບໄພແຫ້ງແລ້ງຢູ່ເຂດໄຕງວຽນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາສະພາບໄພແຫ້ງແລ້ງຢູ່ເຂດໄຕງວຽນ - ảnh 1
(ທ່ານ ຫງວຽນ​ຊວນ​ຟຸກ ​​ໄດ້​ລົງ​ກວດ​ຕາ​ສະພາບ​
ໄພ​​ແຫ້ງ​ແລ້ງ​ຢູ່​ເມືອງ ຈືປື ​ແລະ ຈື​ເສ ​ແຂວງ​ຢາ​ລາຍ ​)


(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 24/03, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ລົງ​ກວດ​ຕາ​ສະພາບ​ໄພ​​ແຫ້ງ​ແລ້ງ​ຢູ່​ເມືອງ ຈືປື ​ແລະ ຈື​ເສ ​ແຂວງ​ຢາ​ລາຍ ​ເພື່ອ​ຊີ້​ນຳ​ວຽກ​ງານ​ຕ້ານ​ໄພ​ແຫ້ງ​ແລ້ງ​ໃນ​ສະ​ເພາະ​ໜ້າ ກໍ່​ຄື​ຍາວ​ນານ​ຢູ່​ເຂດ ​ໄຕ​ງວຽນ. ທີ່​ບັນດາ​ທ້ອງ​ຖິ່ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້ລະ​ດົມ​ກຳລັງ​ໃຈ​ແກ່​ພໍ່​ແມ່​ປະຊາຊົນ​ຈົ່ງສາມັກຄີ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ໄລຍະ​ຫຍຸ້ງຍາກ; ພ້ອມ​ທັງ​ຊີ້​ນຳ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ແຂວງ ຢາ​ລາຍ ຜັນ​ຂະຫຍາຍ​ມາດ​ຕະການ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ເຂດ​ຖື​ກ​ປະສົມໄພ​ແຫ້ງ​ແລ້ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ການ​ນຳ​ທ້ອງ​ຖິ່ນ​ຄວນ​ລົງ​ຢ້ຽມຢາມ​ພໍ່​ແມ່​ປະຊາຊົນ ​ເພື່ອ​​ຖາມ​ຂ່າວ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຄື​ແນວ​ໃດ, ​ໄພ​ແຫ້ງ​ແລ້ງ​ຄື​ແນວ​ໃດ. ອຳນາດ​ການ​ປົກຄອງ, ໜ່ວຍ​ພັກ​ຢູ່​ທ້ອງ​ຖິ່ນ​ຕ້ອງ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໂດຍ​ພື້ນຖານ​ໃຫ້​ປະຊາຊົນ. ກ່ອນ​ອື່ນໝົດ ບໍ່​ປະ​ໃຫ້​ປະຊາຊົນຖືກ​ອຶດ​ຫິວ, ທີ​ສອງ​ແມ່ນ​ຮັບປະກັນ​ນ້ຳ​ດຶ່ມສະອາດ, ບໍ່​​​ປະໃຫ້​ໂລກ​ພະຍາດ​ເກີດ​ຂຶ້ນ. ພວກ​ຂ້າພະ​ເຈົ້າ​ສະ​ເໜີ ພໍ່​ແມ່​ປະຊາຊົນ​ຄົ້ນຄວ້າ, ອາດ​ຈະ​ທົດ​ແທນ​ການ​ບໍ່​ປູກ​ເຂົ້າ ດ້ວຍ​ການ​ປຸກ​ຕົ້ນ​ໄມ້​ອື່ນໆ.”

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ກຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ,  ​ແລະ ທ່ານລັດຖະມົນຕີ​ວ່າ​ການ​ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົ​ນນະ​ບົດ​ພ້ອມ​ກັບ​ບັນ​ດາ​ສະມາຊິກ​​ໃນຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ຊີ້ນ​ຳ​ເຂດ​ໄຕ​ງວຽນ, ​​ແຂວງ​ຢາ​ລາຍ ​ແລະ ບັນດາ​ແຂວງ​ໃນ​ເຂດ​ໄຕ​ງວຽນ ກ່ຽວ​ກັບ​ສະພາບ​​ໄພ​ແຫ້ງ​ແລ້ງ ​ແລະ ບັນດາ​ມາ​​ດຕະການ​ປ້ອງ​ກັນ ​ແລະ ​ຕ້ານ​ໄພ​ແຫ້ງ​ແລ້ງ.


ຂ່າວ/ບົດ​ອື່ນ