ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນປີໃໝ່ຢູ່ດ່າໜັ້ງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນປີໃໝ່ຢູ່ດ່າໜັ້ງ - ảnh 1
ຮອງນາຍົກລັດຖະມນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມ ແລະ ອວພອນປີໃໝ່ຕຳຫຼວດ ນະຄອນ ດ່າໜັ້ງ
(ພາບປະກອບ)


(vovworld) – ​​ໃນ​ຕອນ​ເຊົ້າ​ວັນ​ທີ 31/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ພະນັກງານ, ພາລະກອນ​ຄະນະ​ພັກ​ເມືອງ ຫາຍ​ເຈົາ ​ແລະ ຕຳຫຼວດ​ນະຄອນ ດ່າ​ໜັ້ງ. ທ່ານ​ຮອງ​ນາຍົກລັດຖະມົນຕີອວຍພອນ​ໃຫ້​ເມືອງ ຫາຍ​ເຈົາ ປີ​ໃໝ່​ບັນລຸ​ໄດ້ຜົນ​ງານ​ໃນ 3 ຂົງ​ເຂດ​ຄື: ​ເສດຖະກິດ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ສົມ​ເປັນ​ເມືອງ​ໃຈກາງ​ຂອງ​ນະຄອນ ດ່າ​ໜັ້ງ. ​ເມື່ອ​ອວຍພອນ​ປີ​ໃໝ່​ພະນັກງານ, ນັກຮົບ​ຕຳຫຼວດ​ນະຄອນ ດ່າ​ໜັ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃ​ສ່​ໃຈ​ກຳລັງ​ຕຳຫຼວດ​ນະຄອນ​ຍົກ​ສູງ​ນ້ຳ​ໃຈ​ກຽມພ້ອມ​ຕໍ່ສູ້, ກໍ່ສ້າງກຳລັງ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ, ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ