ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີລະນຶກວັນເຖິງແກ່ມໍລະນະກຳຂອງທ່ານໝໍເລຮືວຈາກ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີລະນຶກວັນເຖິງແກ່ມໍລະນະກຳຂອງທ່ານໝໍເລຮືວຈາກ - ảnh 1
ຮູບປັ້ນ ທ່ານໝໍ​ມີ​ຊື່​ສຽງ ຫາຍ​ເທື້ອງຫຼານ​ອົງ ເລຮືວຈາກ
(ພາບປະກອບ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 21/2, ຢູ່​ຕາ​ແສງ ​ເຊີນ​ຈູງ, ​ເມືອງ​ເຮືອງ​ເຊ​ີນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕີ້​ງ ​ແລະ ກະຊວງ​ສາທາລະນະ​ສຸກ​ໄດ້​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ 225 ປີ​ແຫ່ງ​ວັນມໍລະນະ​ກຳ​ຂອງ​ທ່ານໝໍ​ທີ່​ມີ​ຊື່​ສຽງ ​ເລ​ຮື​ວຈາກ ​ແລະ ຕ້ອນຮັບ​ໃບ​ຢັ້ງຢືນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ​ສຳລັບງານ​ບຸນ ​ຫາຍ​ເທື້ອງຫຼານ​ອົງ. ດ້ວຍ​ຄວາມ​​ເຄົາລົບ​ນັບຖື​ຢ່າງ​ສູງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ບັນດາ​ການ​ນຳ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໄດ້​ຖະຫວາຍ​ທູບ​ທຽນ ອາ​ໄລ​ຫາ​ທ່ານ​ໝໍ​ທີ່​ມີ​ຊື່​ສຽງ ຫາຍ​ເທື້ອງຫຼານ​ອົງ ​ເລ​ຮື​ວຈາກ, ​​ເຊິ່ງ​ແມ່ນ​ແບບຢ່າງ​ດີ​ເດັ່ນ​ຂອງ​ທ່ານໝໍ​ທີ່​​ໄດ້ສຸດ​ຈິດ​ສຸດ​ໃຈ​ເພື່ອປິ່ນປົວ​ຄົນ​ເຈັບ. ບັນດາ​ຄຳ​ສັ່ງ​ສອນ​ຂອງ ຫາຍ​ເທື້ອງຫຼາ​ນອົງ ຍາມ​ໃດ​ກໍ​ແມ່ນ​ບົດຮຽນ​ອັນ​ລຳ້​ຄ່າ​ກ່ຽວ​ກັບ​ຈັນ​ຍາ​ບັນ​, ຄວາມ​ເກັ່ງ​ກ້າ​ສາມາດຂອງ​ຂະ​ແໜງ​ການແພດ​​ມາ​ຮອດ​ປະຈຸ​ບັນ​ຍາມ​ໃດ​ກໍ່​ຮັກສາ​ຄຸນຄ່າ​ເໝືອນ​ເດີ່ມ. ພາຍຫຼັງ 40 ປີ​​ແຫ່ງ​ການຄົ້ນ​ຄ້ວາ ​ແລະ ປິ່ປົວ​ກອບ​ກູ້ເອົາ​ຊີວິ​ດຄົນ​ເຈັບ, ທ່ານໝໍ​ມີ​ຊື່​ສຽງ ຫາຍ​ເທື້ອງຫຼານ​ອົງ ​ໄດ້​ສ້າງ​ພື້ນຖານການ​ແພດ ຫວຽດນາມ ອັນ​ເປັນມໍລະດົກ​ທີ່ລຳ​້ຄ່າ​ໃຫ​້ຄົນ​ລຸ້ນຫຼັງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ ຮ່າ​ຕີ້​ງ ​ໄດ້​ຕ້ອນຮັບ​ໃບ​ຢັ້ງຢືນ​ຂອງ​ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ​ໂດຍ​ຮັບ​ຮູ້​ງານ​ບຸນ ຫາຍ​ເທື້ອງຫຼານ​ອົງ ​ແມ່ນ​ມໍ​ລະ​ດົກ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ.


ຂ່າວ/ບົດ​ອື່ນ