ກອງປະຊຸມ ບັນດາສະມາຊິກສະພາທີ່ປຶກສາອະໄພຍະໂທດສູນກາງປີ 2015 |
(vovworld)- ຕອນບ່າຍວັນທີ 20/7, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ປະທານສະພາທີ່ປຶກສາອະໄພຍະໂທດສູນກາງປີ 2015 ໄດ້ເປັນປະທານກອງປະຊຸມ ບັນດາສະມາຊິກສະພາ ແນໃສ່ຜັນຂະຫຍາຍວຽກງານອະໄພຍະໂທດປີ 2015. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ ກະຊວງຕຳຫຼວດ, ຫ້ອງວ່າການລັດຖະບານ ຈົ່ງສ້າງເອກະສານແນະນຳໃຫ້ສົມບູນແບບ ເພື່ອຊ່ວຍ ສະພາທີ່ປຶກສາອະໄພຍະໂທດ ຈັດຕັ້ງຜັນຂະຫຍາຍປະຕິບັດຂໍ້ຕົກລົງກ່ຽວກັບການອະໄພຍະໂທດຂອງປະທານປະເທດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ :
“ ພວກເຮົາຕ້ອງປະຕິບັດທຸກວຽກງານທີ່ໄດ້ຮັບມອບໝາຍດ້ວຍຄວາມລະມັດລະວັງ, ພາວະວິໄສ, ມີຈິດໃຈທ່ຽງທຳ, ຖືກຕ້ອງຕາມລະບຽບກົດໝາຍເພື່ອຮັບປະກັນສິດຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງພົນລະເມືອງ ແລະ ປະຕິບັດຂໍ້ຕົກລົງກ່ຽວກັບການອະໄພຍະໂທດຂອງປະທານປະເທດທີ່ໄດ້ມອບໝາຍໃຫ້ສະພາທີ່ປຶກສາອະໄພຍະໂທດສູນກາງ ”