ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: TTXVN)
(vovworld) – ວັນທີ 31/12, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຂົ້າຮ່ວມກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດຜັນຂະຫຍາຍວຽກງານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວປີ 2016, ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ: ບັນດາຜົນງານລວມຂອງປະເທດຊາດໃນປີ 2015 ແມ່ນມີການປະກອບສ່ວນສຳຄັນ ຂອງຂະແໜງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ. ປີ 2015, ຂະແໜງວັດທະນະທຳໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດພັດທະນາປະເທດຊາດ, ຄວາມຍຸຕິທຳໃນສັງຄົມ, ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ໃນປີ 2015, ວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກໄດ້ຮັບການປະຕິບັດເປັນຢ່າງດີ ແລະ ໄດ້ຮັບການຮັບຮູ້ຈາກສາກົນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ: ຂະແໜງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສືບຕໍ່ມານະພະຍາຍາມໃນການເຄື່ອນໄຫວ ເພື່ອໃຫ້ທົ່ວສັງຄົມມີຄວາມຮັບຮູ້ຢ່າງຖືກຕ້ອງ, ຄົບຖ້ວນ, ມາດຖານກ່ຽວກັບວັດທະນະທຳ ແລະ ຕ້ອງສະແດງອອກດ້ວຍບັນດາການກະທຳລະອຽດ. ເຮັດວຽກງານວັດທະນະທຳ ບໍ່ພຽງແຕ່ແມ່ນວຽກງານສະເພາະຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເທົ່ານັ້ນ ຫາກຍັງຄວນມີການຮ່ວມແຮງຮ່ວມໃຈຂອງທົ່ວລະບົບການເມືອງ, ທົ່ວສັງຄົມອີກດ້ວຍ ແລະ ສິ່ງທີ່ສຳຄັນນັ້ນແມ່ນປະຊາຊົນຕ້ອງເຫັນດີ, ພ້ອມກັນປະຕິບັດ.