ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມເວທີປາໄສຊຳລະເອເລັກໂຕນິກຫວຽດນາມ

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມເວທີປາໄສຊຳລະເອເລັກໂຕນິກຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
(ພາບ: VGP)

(vovworld) ​ ​ ​ ເວທີ​ປາ​ໄສ​ຊຳລະ​ເອ​ເລັກ​ໂຕນິກ ຫວຽດນາມ ປີ 2015 VEPF 2015 ດ້ວຍ​ຫົວ​ຂໍ້ “​ເຊື່ອມ​ໂຍງ ​ແລະ ຮ່ວມ​ມື​ແນ​ໃສ່​ຊຸກຍູ້​ການ​ຊຳລະ​ເອ​ເລັກ​ໂຕ​ນິກ” ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/12 ຢູ່​ຮ່າ​ໂນ້ຍ. ທີ່ເວທີປາ​ໄສ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາວະ​ການ​ຄ້າ ເອ​ເລັກ​ໂຕ​ນິກຢູ່ ຫວຽດນາມ ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ, ການ​ພົວພັນ​ແລກປ່ຽນ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໃນ​ແຕ່ລະ​ປີ ​ໄດ້​ເພີ່ມ​ຂຶ້ນ​ສູງ​ ແຕ່​ການ​ຊຳລະ​ດ້ວຍ​ເງິນສົດ ຍັງ​ກວມ​ສ່ວນ​ຫລາຍ, ດ້ວຍ​ອັດຕາ​ສ່ວນ​ປະມານ 65% ຍອດ​ມູນ​ຄ່າ​ການ​ຊຳລະ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຖື​ວ່າ: ​ເພື່ອ​ໃຫ້ການ​ຊຳລະເອ​ເລັກ​ໂຕ​ນິກ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ນັ້ນ, ຄວນ​ມີ​ການ​ເຊື່ອມ​ໂຍງ​ລະຫວ່າງ​ທຸກໆ​ຝ່າຍ ​ເພື່​ອ​ໃຫ້ ຫວຽ​ດນາມ ສາມາດມຸ່ງ​ໄປ​ສູ່​ການ​ຫລຸດຜ່ອນ​ຮູບ​ການ​ຊຳລະ​ດ້ວຍ​ເງິນສົດ, ສ້າງ​ກົນ​ໄກ​ສົ່ງ​ເສີມ ​ເພື່​ອການ​ຊ​ຳລະ ເອ​ເລັກ​ໂຕ​ນິກ ​ໄດ້​ຖືກ​ປະຊາຊົນ​ຊົມ​ໃຊ້​ຢ່າງ​ຫລວງຫລາຍ​ກ່ວາ.

ຂ່າວ/ບົດ​ອື່ນ