ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມງານວາງສະແດງສາກົນ VIETCONSTECH 2014

ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມງານວາງສະແດງສາກົນ VIETCONSTECH 2014 - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວູ​ວັນ​ນິງ​
ເຂົ້າ​ຮ່ວມ​ງາ​ນ​ວາງ​ສະ​ແດງ​ສາ​ກົນ VIETCONSTECH 2014
(ພ​າບ:qdnd.vn)

(vovworld) – ງານ​ຕະຫຼາດ​ນັດ​ສາ​ກົນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ, ພາຫະນະເຄື່ອງຈັກ, ວັດ​ສະ​ດຸກໍ່​ສ້າງ ແລະ ເຕັກ​ໂນ​ໂລ​ຢີບໍ່​ແຮ່ VIETCONSTECH 2014 ຊຶ່ງໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/12, ຢູ່ ຮ່າ​ໂນ້ຍ, ດ້ວຍ 230 ຮ້ານ​ວາງ​ສະ​ແດງ​ຂອງ​ເກືອບ 100 ຫົວ​ໜ່​ວຍ, ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ບັນ​ດາ​ເຕັກ​ໂນ​ໂລ​ຢີກໍ່​ສ້າງ, ວັດ​ສະ​ດຸກໍ່​ສ້າງ, ບັນ​ດາ​ມາດ​ຕະ​ການ​ຊອບ​ແວ​ໃນ​ການກໍ່​ສ້າງ, ຄຸ້ມ​ຄອງ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ການກໍ່​ສ້າງ. ຊີ້​ແຈ້ງ​ບົດ​ບາດ​ສຳ​ຄັນ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່​ໃນ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູວ​ັນ​ນີງ, ເນັ້ນ​ໜັກ​ວ່າ:

        “ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ສືບ​ຕໍ່​ລົງ​ທຶນ​ເຂົ້າ​ບັນ​ດາ​ກິດ​ຈະ​ກຳ​ກໍ່​ສ້າງ​ມີ​ເຕັກ​ນິກ​ສູງ, ຮຽກ​ຮ້ອງ​ໃຫ້ມີ​ເຕັກ​ໂນ​ໂລ​ຢີ​ທີ່​ກ້າວ​ໜ້າ​ຄື: ທາງ​ລົດ​ໄຟ​ເຂດ​ຕົວ​ເມືອງ, ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ. ດັ່ງ​ນັ້ນ​ການ​ນຳ​ໃຊ້​ເຕັກໂນໂລຊີການ​ກໍ​ສ້າງ​ກ້າວ​ໜ້າ​ແມ່ນ​ຄວາມ​ຮຽກ​ຮ້ອງ​ນັບ​ມື້​ນັບ​ຮີບ​ດ່ວນ. ທີ່​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ​ມີ​ການ​ເຂົ້າ​ຮ່ວມ​ເປັນ​ຈ​ຳ​ນວນຫຼາຍ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ສາ​ກົນ ແລະ ຫວຽດ​ນາມ ພວມ​ກຳ​ແໜ້ນ​ບັນ​ດາ​ເຕັກ​ໂນ​ໂລ​ຢີ, ພາຫະນະເຄື່ອງຈັກ, ວັດ​ສະ​ດຸກໍ່​ສ້າງ​ທີ່​ກ້າວ​ໜ້າ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ແນະ​ນຳ​ກັບ​ເຈົ້າ​ຂອງ​ລົງ​ທຶນ, ລູກ​ຄ້າ ແລະ ມະ​ຫາ​ຊົນ​ກ່ຽວ​ກັບ​ຄວາມ​ສາ​ມາດ, ເຕັກ​ໂນ​ໂລ​ຢີ, ພາຫະນະເຄື່ອງຈັກ ແລະ ຜະ​ລິດ​ຕະ​ພັນ​ຂອງ​ຕົນ”

 


ຂ່າວ/ບົດ​ອື່ນ