ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກພ້ອມດ້ວຍຄະນະ ສິ້ນສຸດການຢ້ຽມຢາມສິງກະໂປ

ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກພ້ອມດ້ວຍຄະນະ ສິ້ນສຸດການຢ້ຽມຢາມສິງກະໂປ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ
ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນ​ຫຼົງ
(ພາບ: VGP/Lê Sơn)

(vovworld) - ຕອນ​ບ່າຍ​ວັນ​ທີ 13/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ພ້ອມ​ດ້ວ​ຍ​ຄະ​ນະ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສິງ​ກະ​ໂປ​ຢ່າງ​ເປັນ​ທາງ​ການ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສິງ​ກະ​ໂປ, ຕອນ​ເຊົ້າ​ວັນ​ທີ 13/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ພ້ອມ​ດ້ວ​ຍ​ຄະ​ນະ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Lawrence ລັດ​ຖະ​ມົນ​ຕີ​ກະ​ຊວງ ວັດ​ທະ​ນະ​ທຳ, ວົງ​ຄະ​ນະ​ຍາດ ແລະ ຊາວ​ໜຸ່ມ​ສິງ​ກະ​ໂປ. ທີ່​ການ​ພົບ​ປະ​ກັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​​ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ການ​ສ້າງ​ບັນ​ດາ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ສັງ​ຄົມ ແລະ ຂະ​ຫຍາຍ​ບັນ​ດາ​ການ​ພົວ​ພັນ​ສັງ​ຄົມ​ຢ່າງ​ກົມ​ກ່ຽວ​ໂດຍ​ຕິດ​ພັນ​ກັບ​ບັນ​ດາ​ນະ​ໂຍ​ບາຍພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຍົກ​ສູງ​ຄຸນ​ນະ​ພາບການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ຕອນ​ເຊົ້າວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ ໄດ້​ພົບ​ປະ ແລະ ເຮັກ​ວຽກ​ກັບ​ອົງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສິງກະ​ໂປ.

ກ່ອນ​ໜ້ານັ້ນ ຄື​ໃນຕອນ​ບ່າຍ​ວັນ​ທີ 12/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນ​ຫຼົງ. ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ ສິງ​ກະ​ໂປ ສືບ​ຕໍ່​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດກໍ່​ຄື​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນາໆ​ຊາດ ທີ່​ມີ​ສຳ​ນັກ​ງານ​ຢູ່​ປະ​ເທດນີ້​ຄົ້ນ​ຄ້​ວາກາ​ລະ​ໂອ​ກາດ​ລົງ​ທຶນ​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດຫຼັກ​ແຫຼ່ງ​ຢູ່ ຫວຽດ​ນາມ ຄື: ພື້ນ​ຖານ​ໂຄງ​ລ່າງ, ເຕັກ​ໂນ​ໂລຢ​ີ​ປຸງ​ແຕງ, ເຕັກ​ໂນ​ໂລຢ​ີ​ສູງ, ບໍ​ລິ​ການ​ພັກ​ເຊົາ, ການ​ທ່ອງ​ທ່ຽວ, ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ, ພະ​ລ​ັງ​ງານ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ສະ​ເໜີ​ໃຫ້ ສິງ​ກະ​ໂປ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ບັນ​ດາ​ແຂວງ, ນະ​ຄອນ​ຂອງ ຫວຽດ​ນາມ ບົນ​ພື້ນ​ຖານ​ທ່າ​ແຮງ​ສະ​ເພາະ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ພັດ​ທະ​ນາ​ບາງ​ທ້ອງ​ຖິ່ນ​ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ກາຍ​ເປັນ​​ເຂດເສດ​ຖະ​ກິດ​ພິ​ເສດ, ທ່ອງ​ທ່ຽວ​ຄື​ເກາະ ຟູ໋ກວກ, ເກາະ ຫຼີ​ເຊີນ. ສ່​ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽນຫຼົງ ປາດ​ຖະ​ໜາ​ວ່າ: 2 ຝ່າຍ​ຕັ້ງ​ໜ້າ​ສົມ​ທົບ​ກັນ, ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ຈຳ​ເປັນ​​ໃຫ້ສຳ​ເລັດ​ເພື່ອ​ເລີ່ມ​ລົງ​ມືກໍ່​ສ້າງ​ບັນ​ດາ​ເຂດ ອຸດ​ສາ​ຫ​ະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ (VSIP) ເລກ​ທີ 6 ແລະ 7 ໃນ​ປີ 2015 ນີ້.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽນຫຼົງ ເຫັນ​ດີ​ເປັນ​ເອ​ກະ​ສັນ​ຖື​ວ່າ: ສັນ​ຕິ​ພາບ, ຄວາມ​ສະ​ຫງົບ ແລະ ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ ແລະ ການ​ບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ຜົນ​ປະ​ໂຫຍດ​ລວມ​ຂອງ ອາ​ຊຽນ ແລ​ະ ພາກ​ພື້ນ. ດັ່ງ​ນັ້ນ ອາ​ຊຽນ ຕ້ອງ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ.

 


ຂ່າວ/ບົດ​ອື່ນ