ຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບເອກອັກຄະລັດຖະທູດສິງຄະໂປ

ຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບເອກອັກຄະລັດຖະທູດສິງຄະໂປ - ảnh 1
ທ່ານ​ນາງCatherine Wong ແລະ ທ່ານ ຟ້າ​ມບິ່ງ​ມິ​ງ

(vovworld) - ຕອນ​ບ່າຍ​ວັນ​ທີ 20/10, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ​ ຟ້າ​ມບິ່ງ​ມິ​ງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ສິງ​ກະ​ໂປ ປະຈຳ​ຫວຽດນາມ Catherine Wong. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ​ ຟ້າ​ມບິ່ງ​ມິ​ງ ​ໄດ້​ອວຍພອນ​ ທ່ານ​ນາງ Catherine Wong ​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນເອກ​ອັກຄະ​ລັດຖະທູດ​ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ສິງ​ກະ​ໂປ ປະຈຳ​ຫວຽດນາມ ​ແລະ​ຢືນຢັນ​ວ່າ, ຍາມ​ໃດ ຫວຽດນາມ​ກໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ລັດຖະບານ ສິງ​ກະ​ໂປ ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ.

        ສ່ວນ ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ Catherine Wong ກໍ່​ຢືນຢັນ​ວ່າ, ສິງ​ກະ​ໂປ ປາຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ເຂດ​ອຸດສາຫະກຳ​ສູງ, ບຳລຸງ​ສ້າງ​ດ້ານ​ວັດທະນະທຳ - ທ່ອງ​ທ່ຽວ…ທ່ານ​ນາງ Catherine Wong ກໍ່​ຢືນຢັນ​ວ່າ, ​ໃນ​ຖານະ​ຕຳ​​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນ, ທ່ານ​ນາງ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ເລິກ​ເຊິ່ງກວ່າ​ອີກ.

ຂ່າວ/ບົດ​ອື່ນ