ຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດແລະອາຍແລນເໜືອ
ຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍຕ້ອນຮັບ
ອະດີດນາຍົກລັດຖະມົນຕີອັງກິດແລະອາຍແລນເໜືອ
(ພາບ: VGP/Nguyên Linh)
|
(vovworld) – ຕອນບ່າຍວັນທີ 3/3, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ ອັງກິດ ແລະ Ireland ທາງທິດເໜືອ Tony Blair. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ໄດ້ສະແດງຄວາມເບີກບານມ່ວນຊື່ນເມື່ອເຫັນວ່າການພົວພັນຮ່ວມມືຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອັງກິດ ສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ, ພິເສດແມ່ນດ້ານການເມືອງ-ການທູດ, ເສດຖະກິດ-ການຄ້າ-ການລົງທຶນ, ການຮ່ວມມືພັດທະນາ ແລະ ການສຶກສາ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ອັງກິດ, ພ້ອມທັງຂອບອົກຂອບໃຈທ່ານອະດີດນາຍົກລັດຖະມົນຕີ ອັງກິດ ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ-ອັງກິດ ໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ເນັ້ນໜັກວ່າ ອັງກິດ ແມ່ນຄູ່ຮ່ວມມືເສດຖະກິດອັນດັບໜຶ່ງຂອງ ຫວຽດນາມ ໃນສະຫະພາບເອີລົບ (EU), ຢືນອັນດັບ 16/101 ປະເທດ ແລະ ເຂດແຄ້ວນທີ່ລົງທຶນຢູ່ ຫວຽດນາມ. ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ພິເສດແມ່ນ FTA (ສັນຍາການຄ້າເສລີ) ຫວຽດນາມ-EU ແລະ ເລື່ອງສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ ພວມເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ການຮ່ວມມືເສດຖະກິດ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ຂອບໃຈລັດຖະບານອັງກິດໃນຊຸມປີຜ່ານມາໄດ້ສະຫງວນແຫຼ່ງໜູນຊ່ວຍ ODA ທີ່ມີປະສິດທິຜົນໃຫ້ແກ່ ຫວຽດນາມ ແລະ ປາດຖະໜາວ່າ ທ່ານອະດີດນາຍົກລັດຖະມົນຕີ ອັງກິດ Tony Blair ຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ ສຳພັດກັບບັນດາແຫຼ່ງທຶນພິເສດຈາກບັນດາກອງທຶນໜູນຊ່ວຍພັດທະນາສາກົນ, ພິເສດແມ່ນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຂຽວ, ການສຶກສາ ແລະ ບຳລຸງສ້າງ.