ຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍຕ້ອນຮັບອະດີດນາຍົກລັດຖະມົນອັງກິດ
ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ
ຕ້ອນຮັບອະດີດນາຍົກລັດຖະມົນອັງກິດ
(ພາບ: VGP)
(vovworld) – ວັນທີ 19/10, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍົກລັດຖະມົນແຫ່ງລາຊະອານາຈັກອັງກິດ ແລະ ອາຍແລນເໜືອ Tony Blair, ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ປາດຖະໜາວ່າ, ທ່ານອະດີດນາຍົກລັດຖະມົນ Tony Blair ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍຫວຽດນາມ ໃຫ້ສຳພັດກັບບັນດາແຫຼ່ງທຶນບຸລິມະສິດຂອງອັງກິດ ຈາກບັນດາຊ່ອງຫຼາຍຝ່າຍ, ບັນດາກອງທຶນອຸປະຖຳພັດທະນາສາກົນ, ພິເສດແມ່ນໃນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຂຽວ, ການສຶກສາ ແລະ ບຳລຸງສ້າງ.
ສ່ວນທ່ານ Tony Blair ໃຫ້ຮູ້ວ່າ, ການຢ້ຽມຢາມແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືຂອງຫ້ອງການ Tony Blair Asscociates ກັບບັນດາອົງການຄູ່ຮ່ວມມືຫວຽດນາມ ແລະ ປາດຖະໜາ, ຢາກໃຫ້ລັດຖະບານຫວຽດນາມ ສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍການຮ່ວມມື, ໜູນຊ່ວຍບັນດາຂົງເຂດຮ່ວມມືນີ້ຢ່າງແຮງກວ່າອີກ.
ແລະກໍໃນວັນດຽວກັນ, ຜູ້ວ່າການທະນາຄານແຫ່ງລັດທ່ານ ຫງວຽນວັນບິ່ງ ກໍໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍົກລັດຖະມົນ Tony Blair ຢ່າງສະໜິດສະໜົມ