ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດ - ảnh 1
ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 27/09, ສະ​ຖາ​ບັນ​ການ​ເມືອງການ​ປົ​ກ​ຄອງ​ແຫ່ງ​ຊາດ ໄດ້​ຈັ​ດ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່ 2016 – 2017. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ເນັ້ນ​ໜັກ​ວ່າ: ລັດ​ຖະ​ບານ​ພວມ​ຊີ້​ນຳບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່​ນ​ຕ່າງໆ​ສຸມ​ໃສ່​ກໍ່​ສ້າງ​ພື້ນ​ຖານ​ການ​ເມືອງການ​ປົກ​ຄອງ​ແຫ່ງ​ລັດ​ທີ່ສ້າງ​ສັນ, ​ສັ​ດຊື່​ບໍ​ລິ​ສຸດ, ​ໂປ​່ງ​ໄສ, ມີ​ຄວາມ​ຮັບ​ຜິດ​ຊອບ, ມີ​ປະ​ສິດ​ທິ​ພາບ​ ປະ​ສິດ​ທິ​ຜົນ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ສະ​ເໜີ​ວ່າ.

        “ຂ້າ​ພະ​ເຈົ້າ​ສະ​ເໜີ​ຕ​້ອງກ​ວດ​ກາ, ປ່ຽນ​ໃໝ່​ເນື້ອ​ໃນ​, ລາຍ​ການ​ສິດ​ສອນ​ອຸ​ດົມ​ສົມ​ບຸນ ດ້ວຍ​ຫຼາຍ​ຮູບ​ການ​ສຶກ​ສາ, ຂັ້ນ​ຕອນ​ສຶກ​ສາ ຕິດ​ພັນ​ກັບ​ຄວາມ​ຮຽກ​ຮ້ອງ​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ, ພາ​ລະ​ກອນ​ ແລະ ພື້ນ​ຖານ​ການ​ເມືອງ​ທັນ​ສະ​ໄໝ, ໃນ​ເງື່ອນ​ໄຂ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ສັງ​ຄົມນິ​ຍົມ ແລະ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວ​າງ, ມີ​ຄຸນ​ນະ​ພາບ ແລະ ເນື້ອ​ໃນ​ການ​ສຶກ​ສາ​ແມ່ນ​ພື້ນ​ຖານ​ສຳ​ຄັນ ແລະ ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ ເພື່ອ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນ, ພາ​ລະ​ກອນ​ມີ​​ອາ​ຊີບ”.

ຂ່າວ/ບົດ​ອື່ນ