ຮອງນາຍົກໆ Vu Van Ninh ອວຍພອນບຸນປີໃໝ່ Chol Chnam Thmay ພໍ່ແມ່ປະຊາຊົນ ຂະແມ

ຮອງນາຍົກໆ Vu Van Ninh ອວຍພອນບຸນປີໃໝ່ Chol Chnam Thmay  ພໍ່ແມ່ປະຊາຊົນ ຂະແມ - ảnh 1
ພາບປະກອບ

(vovworld) - ທ່ານ​ຮອງ​ນາຍົກລັດຖະມົນຕີ​ຫວຽດນາມ Vu Van Ninh ​ໄດ້​ຝາກ​ຄຳ​ອວນ​ພອນ ​ແລະ ຂອງ​ຂັວນ ​ເຖິງ​ພໍ່​ແມ່ນ​ປະຊາຊົນ​ເຜົ່າ​ຂະ​ແມ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ Chol Chnam Thmay 2012. ວັນ​ທີ 15/4, ຄະນະ​ຊົນ​ເຜົ່າ​ແຂວງ ດົ່ງ​ນາຍ ​ໄດ້​ໄປ​ຍັງ​ວັດ ຮວາ​ເຊີນ​ຕື້ ​ແລະ ວັດ ​ໄທ​ຮ່ວາ ​ແຂ​ວງ ດົ່ງ​ນາຍ ​ເພື່ອ​ມອບ​ຂອງ​ຂັວນ ​ແລະ ສານອວຍພອນ​ປີ​ໃໝ່ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh. ​ໃນ​ສານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ຊີ້​ແຈງ​ວ່າ: ປີ 2011 ​ແລະ ຊຸມ​ເດືອນ​ຕົ້ນ​ປີ 2012 ລັດຖະບາຍ, ກະຊວງ, ຂະ​ແໜງ​ການ​ຕ່າງໆ ຢູ່​ສູນ​ກາງ ​ແລະ ທ້ອງ​ຖີ່​ນ ສືບ​ຕໍ່​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຍົກ​ສູງ​ຊີວິດ​ກາ​ນ​ເປັນ​ຢູ່​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ພາກ​ໃຕ້. ທຸກ​ຂັ້ນ, ທຸກຂະ​​ແໜງ​ການ​​ໄດ້ປະຕິບັດບັນດາ​ນະ​ໂຍບາຍ​ສະ​ເພາະ​ໃຫ້​ແກ່​ເຂດ​ຊົນ​​ເຜົ່າ​ສວນ​ໜ້ອຍ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ. ພໍ່​ແມ່ນ​ປະຊາຊົນ ​ແລະ ຄູບາ​ອາຈານ​ເຜົ່າ​ຂະ​ແມ ​ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ສາມັກຄີ, ອອກ​ແຮງ​ງານ​, ຜະລິດ ​ແລະ ຮ່ຳຮຽນຢ່າງ​ຫ້າວຫັນ, ສ້າງ​ການ​ຫັນປ່ຽນ​ຢ່າງຮອບດ້ານ​ໃນ​ທຸກ​ດ້ານ. ຕາງໜ້າ​ໃຫ​້ລັດຖະບານ, ນາຍົກລັດຖະມົນຕີ ​ແລະ ຄະນະ​ຊີ້ນ​ຳທິດຕາ​ເວັນ​ຕົກ​ພາກ​ໃຕ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ອວຍພອນ​ໃຫ້​ພໍ່​ແມ່ນ​ປະຊາຊົນ​ເຜົ່າ ຂະ​ແມ​ພາກ​ໃຕ້ ຈົ່ງ​ຕ້ອນຮັບ​ບຸນ​ປີ​ໃໝ່ 2012 ຢ່າງມ່ວນ​ຊື່ນ, ສາມັກຄີ, ປອດ​ໄພ ​ແລະ ປະຢັດ.

 

ຂ່າວ/ບົດ​ອື່ນ