ຮອງປະທານສະພາສູງຍີ່ປຸ່ນKoshiishiAzumaຢ້ຽມຢາມຫວຽດນາມ

ຮອງປະທານສະພາສູງຍີ່ປຸ່ນKoshiishiAzumaຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ເຈລະຈາ
​ທ່ານ​ຮອງ​ປະທານ​ສະພາ​ສູງ ຍີ່ປຸ່ນ Koshiishi Azuma
(ພາບ: ThanhNguyen)

(vovworld) - ຕອນ​ບ່າຍ​ວັນ​ທີ 14/12 ຢູ່​ຮ່າ​ໂນ້ຍ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ນຳ​ໜ້າ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ຄະນະ​ສະມາຊິກ​ສະພາ​ສູງ ຍີ່ປຸ່ນ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ສູງ ຍີ່ປຸ່ນ Koshiishi Azuma ນຳ​ໜ້າ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 14 – 16/12/2015. 2 ຝ່າຍ​ໄດ້​ແລກປ່ຽນ​ເນື້ອ​ໃນ​ບາງ​ຢ່າງ​ກ່ຽວ​ກັບ​ການ​ພົວພັນລະຫວ່າງ 2 ປະ​ເທດ ​ແລະ 2 ສະພາ​ແຫ່ງ​ຊາດ; ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ຄື: ການສ້າງ​ລະບົບ​ກົດໝາຍ, ການ​ກໍ່ສ້າງຊັບພະຍາກອນ​ມະນຸດ, ​ເຕັກ​ໂນ​ໂລ​ຢີສູງ, ການມ້າງ​ທຳລາຍ​ລະ​ເບີດ​ບໍ່ທັນ​ແຕກ​ຫລັງ​ສົງຄາມ, ການກຳຈັດທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະສົ່ງ​ເສີມ​ການ​ແລກປ່ຽນ​ຄະນະ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນສະພາ​ແຫ່ງ​ຊາດ​ໃຫ້​ຫລາຍ​ກ່ວາ​ອີກ. ​ສະມາຊິກ​ລັດຖະສະພາ​ມິດຕະພາບລະຫວ່າງ​ຊາດ ​ແລະ ບັນດາ​ສະມາຊິກ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ວຽກ​ງານວິຊາ​ສະ​ເພາະ ​ແລະ ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ.

ຂ່າວ/ບົດ​ອື່ນ