ຮອງປະທານສະພາແຫ່ງຊາດ Tong Thi Phong ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

ຮອງປະທານສະພາແຫ່ງຊາດ Tong Thi Phong ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ - ảnh 1
ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ​​ຕ້ອນຮັບ​ທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ຫົວໜ້າກຳມາທິການ ເສດຖະກິດ - ແຜນການ - ການເງິນສະພາ​ແຫ່ງ​ຊາດ​ລາວ
(ພາບ : chinhphudientu)


Vovworld- ວັນ​ທີ 23/8, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ ໂດຍທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ຫົວໜ້າກຳມາທິການ ເສດຖະກິດ - ແຜນການ - ການເງິນເປັນຫົວໜ້າຄະນະ ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ໄດ້ແຈ້ງໃຫ້ ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ຮັບຊາບກ່ຽວກັບຈຸດປະສົງ ຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມຄັ້ງນີ້ິ້ ແມ່ນເພື່ອແລກປ່ຽນບົດຮຽນກະກຽມ ໃຫ້ແກ່ການ ຈັດຕັ້ງກອງ ປະຊຸມຄູ່ຮ່ວມມືລັດຖະສະພາ ອາຊີ-ເອີລົບຄັ້ງທີ່ 7 ( ASEP 7 ) ຢູ່​ລາວ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ; ບົດຮຽນ​ໃນ​ການ​ເຈລະຈາ ​ແລະ ​ເຂົ້າ​ເປັນ​ສະມາຊິກ WTO , ທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ຫົວໜ້າກຳມາທິການ ເສດຖະກິດ - ແຜນການ - ການເງິນ ສະພາ​ແຫ່ງ​ຊາດ​ລາວ​ສະ​ແດງ​ຄວາມ​ຫວັງ​ວ່າ ຈະ​ໄດ້​ການ​ຊ້ວຍ​ເຫຼືອ​ຈາກ​ຫວຽດນາມ​ໃນ​ການ​ກະກຽມ​ດ້ານ​ເນື້ອ​ໃນ, ພິທີການ, ​ແລະ ວິທີ​ຈັດ​ຕັ້ງ​ບັນດາ​ເຫດການ​ທີ່​ສຳຄັນ​ນີ້. ​ເມື່ອ​ຕີ​ລາຄາ​ການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມຂອງ​ຄະນະຄັ້ງ​ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ​ໄດ້​ຢືນຢັນ​ວ່າ ຫວຽດນາມ​ຈະ​ເຮັດຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສົມທົບ, ຊ່ວຍ​ເຫຼືອ​ປະ​ເທດ​ເພື່ອນ​ລາວ​ຈັດ​ຕັ້ງ​ບັນດາ​ເຫດການ​ສາກົນ​ທີ່​ສຳຄັນ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ Tong Thi Phong ສະ​ເໜີ​ໃຫ້ 2 ຝ່າຍ​ຈົ່ງ​ຕັ້ງໜ້າ​ກວດກາ​ເນື້ອ​ໃນ​ຕ່າງໆ ຊຶ່ງ​ຍັງ​ບໍ່​ທັນ​ປະຕິບັດ, ​ເຮັດ​ສຳ​ເລັດ​ບັນດາ​ວຽກ​ງານ​ກະກຽມ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການສູງ​ສຸດ, ນັ້ນ​ແມ່ນ​ຈັດ​ຕັ້ງກອງ​ປະຊຸມ ASEP 7 ກໍ​ຄື​ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ​ໃນ​ປີ ASEM ຂອງ​ລາວ​ຢ່າງ​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ