ຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ຢ້ຽມຢາມ ແລະ ເຮັດວຽກຢູ່ ຕັງຊານີ

(VOVWORLD) -ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຕັງຊານີ ແຕ່ວັນທີ 18 – 23 ມີນາ ຕາມຄຳເຊີນຂອງທ່ານຮອງປະທານສະພາແຫ່ງຊາດ ສ.ຕັງຊານີ, ປະລິນຍາເອກ Tulia Ackson.
ຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ຢ້ຽມຢາມ ແລະ ເຮັດວຽກຢູ່ ຕັງຊານີ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸງກວກຫຽນ

ວັນທີ 22 ມີນາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ຕັງຊານີ ໄດ້ດຳເນີນການພົບປະເຈລະຈາ. ທີ່ການພົບປະເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸງກວກຫຽນ ຖືວ່າ: ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ຕັງຊານີ ໃນໄລຍະຜ່ານມາ ໄດ້ມີບາດກ້າວພັດທະນາຢ່າງແຮງ, ວົງເງິນການຄ້າ 2 ສົ້ນບັນລຸກ່ວາ 390 ລ້ານ USD. ທ່ານຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນປະຊາຄົມວິສາຫະກິດ 2 ປະເທດ ເພີ່ມທະວີການຮ່ວມມືບົນພື້ນຖານທ່າແຮງປຽບທຽບ, ຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ, ມຸ່ງໄປເຖິງຄາດໝາຍວົງເງິນການຄ້າ 2 ຝ່າຍໃຫ້ບັນລຸໄດ້ 1 ຕື້ USD ໃນປີ 2020, ຕາມຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດ.

        ສ່ວນທ່ານປະລິນຍາເອກ Tulia Ackson ຕີລາຄາສູງການຢ້ຽມຢາມຂອງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ຄັ້ງນີ້, ທ່ານຖືວ່າ: ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ຕັງຊານີ ແລະ ການພົວພັນລະຫວ່າງລັດຖະສະພາ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ