ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນກຳມາທິການຮັບຜິດຊອບບໍລິຫານລັດສະພາແຫ່ງຊາດບັງກະລາເທດ

ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນກຳມາທິການຮັບຜິດຊອບບໍລິຫານລັດສະພາແຫ່ງຊາດບັງກະລາເທດ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈຸ​ລິວ ​​
ຕ້ອນຮັບທ່ານ​ຫົວໜ້າ​ກຳ​ມາ​ທິການ Ashequr Rahman
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 18/09, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈຸ​ລິວ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ກຳມາ​ທິການ​ຮັບຜິດຊອບ​ບໍລິ​ຫານ​​ລັດ​ສະພາ​ແຫ່ງ​ຊາດ​ບັງ​ກະລາ​ເທດ, ​ໂດ​ຍທ່ານ​ຫົວໜ້າ​ກຳ​ມາ​ທິການ Ashequr Rahman ​ເປັນ​ຫົວໜ້າ​ຄະ​ນະພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈຸ​ລິວ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳ​ຄັນການ​ພັດທະນາ​ສາຍພົວພັນ​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ​ບັງ​ກະລາ​ເທດ; ພ້ອມ​ທັງ​ຊົມ​ເຊີ​ຍ ບັງ​ກະລາ​ເທດ ທີ່​ໄດ້ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ​ແລະ ມີ​ປະສິດທິ​ຜົນ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ປະຊາ​ຄົມ​ອາ​ຊຽນ. ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈຸ​ລິວ ສະ​ເໜີ​ໃຫ້ 2 ຝ່າຍສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​​ແທນ, ຈາກ​ຂັ້ນ​ສູງ​ຕະຫຼອດ​ຮອດ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກຳມາທິການ​ວິຊາ​ສິ​ເພາະ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ສົມທົບ​ກັນ​ຢູ່​ເວທີ​ປາ​ໄສ​ລັດຖະສະພາ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສະຫະພັນ​ລັດຖະສະພາ​ສາກົນ (IPU).

        ສ່ວນ​ທ່ານ Ashequr Rahman ປາດ​ຖະໜາ​ວ່າ, ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ແບ່ງປັນ​ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະສະພາ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ