ຮອງປະທານສະພາແຫ່ງຊາດອວງຈູລືວເຂົ້າຮ່ວມກອງປະຊຸມASEP-9

ຮອງປະທານສະພາແຫ່ງຊາດອວງຈູລືວເຂົ້າຮ່ວມກອງປະຊຸມASEP-9 - ảnh 1
(ທ່ານ ອວງຈູ​ລື​ວ ຮອງ​ປະທານ​ສະພາ​ແຫ່ງ​ຊາດ)

(vovworld) - ​ເນື່ອງ​ໃນ​ໂອກາດ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ ອວງຈູ​ລື​ວ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ນຳ​ໜ້າ ​ໄປ​ປະ​ເທດ ມົງ​ໂກນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ຄູ່​ຮ່ວມ​ລັດຖະສະພາ ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (ASEP - 9) ​ໃນ​ລະຫວ່າງ​ວັນ​ທີ 21 – 23/04/2016. ທ່ານ Z.Enkhbold ປະທານ​ສະພາ​ແຫ່ງ​ຊາດ ມົງ​ໂກນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ. ທີ່​ການ​ຕ້ອນຮັບ, ທ່ານ Z.Enkhbold ປະທານ​ສະພາ​ແຫ່ງ​ຊາດ ມົງ​ໂກນ ​ໃຫ້​ຮູ້​ວ່າ: ມົງ​ໂກນ ຖື​ເປັນ​ສຳຄັນ​ພັດທະນາ​ການ​ພົວພັນຮ່ວມ​ມື​ກັບ​ບັນດາປະ​ເທດ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ ຫວຽດນາມ. ມົງ​ໂກນ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ການ​ສຶກສາ, ກະສິກຳ…​ທ່ານ Z.Enkhbold ປາດ​ຖະໜາ​ວ່າ: ຫວຽດນາມ ສະໜັບສະໜູນ ມົງ​ໂກນ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC), ຂັ້ນ​ສູງ​ອາຊີ​ຕາ​ເວັນ​ອອກ ​ແລະ ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ອາ​ຊຽນ.

        ສ່ວນ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ສະ​ເໜີ​ສະພາ​ແຫ່ງ​ຊາດ​ມົງ​ໂກນ ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື, ກໍ່​ຄື​ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​​ຊາວ ຫວຽດນາມ ພວມ​ທຳ​ມາ​ຫາ​ກິ​ນ ​ແລະ ດຳລົງ​ຊີວິດ​ຢູ່ ມົງ​ໂກນ ​ເປັນ​ປົກກະຕິ

 

ຂ່າວ/ບົດ​ອື່ນ