ຮອງປະທານາທິບໍດີ Bolivia ຢ້ຽມຢາມ ຫວຽດນາມ

(vovworld) - ຕອນ​ເຊົ້າ​ວັນ​ທີ 25/9, ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ຮອງ​ປະທານ​ປະເທດ  ຫວຽດນາມ Nguyen Thi Doan, ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ພ້ອມ​ດ້ວຍ​ພັນ​ລະ​ຍາ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24 -26/9/2012.  ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຂັ້ນ​ສູງ​ສຸດ​ຂອງ​ການ​ນຳ Bolivia ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ເມື່ອ​ປີ 1987. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ​ເຂົ້າ​ຢ້ຽມ​ຂຳ່ນັບ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ຫນັກ​ວ່າ: ຫວຽດນາມ ​ແລະ Bolivia ມີ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ລະຫວ່າງ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ Nguyen Thi Doan ​ແລະ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia, ພ້ອມ​ທັງ​ຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ຈະ​ແບ່ງປັນ​ບົດຮຽນ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ ກັບ Bolivia. ສ່ວນ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ຖື​ວ່າ:​ ສອງ​ຝ່າຍ​ຄວນ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ສອງ​ປະ​ເທດ ​ແລະ ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້​​ເພື່ອ​ເປີດ​ກາລະ​ໂອກາດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ປາດ​ຖະຫນາ​ຢາກໃຫ້ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ Bolivia ​ເມື່ອລົງທຶນ​ດຳ​ເນີນ​ທຸລະ​ກິດ ຢູ່ ຫວຽດນາມ ​ແລະ ​ຖື​ວ່າ ຫວຽດນາມ ​ແມ່ນ​ປະຕູ​ເພື່ອ​ໃຫ້ Bolivia ​ເຊື່ອມ​ຊືມ​ເຂົ້າ​ພາກ​ພື້ນ ອາ​ຊຽນ ກໍ​ຄື ຢູ່ ອາຊີ.

ຮອງປະທານາທິບໍດີ Bolivia ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ Nguyen Thi Doan ຕ້ອນຮັບທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia
ພາບ: internet

ກ່ອນ​ຫນ້າ​ນັ້ນ, ​ພາຍຫລັງ​ພິທີ​ຕ້ອນຮັບ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ຖືກ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ Nguyen Thi Doan  ​ໄດ້​ມີ​ການ​ເຈລະຈາ​ກັບ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia. ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ Bolivia. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ ຢູ່ ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ. ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ຢືນຢັນ​ວ່າ: Bolivia ປາດ​ຖະຫນາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ, ກະສິກຳ, ຕັ້ງຫນ້າ​ສົມທົບ​ກັບ ຫວຽດນາມ ທີ່​ບັນດາ​​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ