ຮອງປະທານາທິບໍດີອິນເດຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ຮອງປະທານາທິບໍດີອິນເດຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ Mohamad Hamid Ansari
(ພາບ: en.wikipedia.org)
(vovworld) -     ວັນ​ທີ 14/01, ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ Mohamad Hamid Ansari ​ແລະ ພັນ​ລະ​ຍາ​ໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 14 – 17/01/2013, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ. ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ຮອງ​ປ​ະທາ​ນາ​ທິບໍດີ​ອິນ​ເດຍ ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການທີ່​ສອງ​ປະ​ເທດ​ຫາ​ກໍ​ຈັດ​ຕັ້ງ​ປີ​ມິດຕະພາບ​ຫວຽດນາມ - ອິນ​ເດຍ 2012 ສຳ​ເລັດ​ຜົນ. ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອິນ​ເດຍ ​ໃນ​ທຸກ​ຂົງ​ເຂດຄື; ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ​ເຕັກ​ນິກ, ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ການ​ສຶກສາ​ບຳລຸງ​ສ້າງ ເລິກ​ເຊິ່ງຂຶ້ນ​ຕື່​ມ.  ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢວານ, ພົບ​ປະ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ​ ​ແລະ ​ເຂົ້າ​ຮ່ວມ​ພິທີ​ອັດ​ປີ​ມິດຕະພາບ​ຫວຽດນາມ - ອິນ​ເດຍ 2012.
ຂ່າວ/ບົດ​ອື່ນ